spot_img
Homeຂ່າວພາຍ​ໃນນາຍົກລາວ-ຍີ່ປຸ່ນ ເແລກປ່ຽນຄຳຄິດເຫັນລະຫວ່າງສອງປະເທດ

ນາຍົກລາວ-ຍີ່ປຸ່ນ ເແລກປ່ຽນຄຳຄິດເຫັນລະຫວ່າງສອງປະເທດ

Published on

ໃນວັນທີ 8 ສິງຫາ 2024 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບທ່ານ ກິຊິດະ ຟຸມິໂອະ (KISHIDA Fumio) ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ, ຖານເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

May be an image of 1 person and text

ໃນການພົບປະສົນທະນາທາງໄກຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ, ຊຶ່ງສອງຜູ້ນຳໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນໄລຍະເກືອບ 70 ປີ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ ແລະ ເຫັນດີຈະຮ່ວມກັນຈັດບັນດາກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃນປີ 2025.

Prime Minister KISHIDA Fumio's Personal Timeline | The Government of Japan  - JapanGov -

ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ, ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນຫລາຍດ້ານ ເປັນຕົ້ນ ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ສືບຕໍ່ຊຸກຍູ້ການເປີດຖ້ຽວບິນໂດຍກົງ (Charter flight) ເພື່ອສົ່ງເສີມການແລກປ່ຽນໄປມາຫາສູ່ຂອງປະຊາຊົນສອງຊາດ ໃຫ້ມີບັນຍາກາດຟົດຟື້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ທັງເປັນການເພີ່ມໂອກາດໃຫ້ນັກທຸລະກິດ-ນັກລົງທຶນ ຍີ່ປຸ່ນ ໄດ້ມາຊອກຫາຊ່ອງທາງການຮ່ວມມືທາງດ້ານເສດຖະກິດເພີ່ມຕື່ມ.

May be an image of 4 people and text

ຝ່າຍລາວຍັງໄດ້ສະແດງຄວາມພ້ອມທີ່ຈະໄດ້ເປັນກຽດຕ້ອນຮັບ ທ່ານນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ນະຄອນຫລວງວຽງຈັນ ໃນເດືອນຕຸລາ 2024 ນີ້.

Inflation, Rising Prices Have Voters Turning on Japan PM Fumio Kishida -  Bloomberg

ພ້ອມທັງໃຫ້ການສະໜັບສະໜູນຕໍ່ຂໍ້ສະເໜີຂອງຝ່າຍຍີ່ປຸ່ນ ກ່ຽວກັບການຈັດກອງປະຊຸມສຸດຍອດຂອງປະຊາຄົມອາຊີ ເພື່ອຫລຸດຜ່ອນການປ່ອຍອາຍພິດໃຫ້ເຫລືອສູນ ຄັ້ງທີ 2 ໃນໂອກາດດຽວກັນ ກັບການຈັດກອງປະຊຸມສຸດຍອດອາຊຽນ ໃນເດືອນຕຸລາ 2024, ຊຶ່ງຝ່າຍຍີ່ປຸ່ນ ເຫັນວ່າ ສປປ ລາວ ມີທ່າແຮງດ້ານການຜະລິດພະລັງງານທົດແທນ-ພະລັງງານສະອາດ ແລະ ຈະເປັນການດຶງດູດນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນໃນດ້ານນີ້ຢູ່ ສປປ ລາວ ຫລາຍຂຶ້ນ. ໃນຂະນະດຽວກັນ, ຝ່າຍຍີ່ປຸ່ນ ໄດ້ເຊື້ອເຊີນ ທ່ານນາຍົກລັດຖະມົນຕີລາວ ເດີນທາງໄປຢ້ຽມຢາມ ປະເທດຍີ່ປຸ່ນ ໃນຕົ້ນປີ 2025 ເພື່ອເປັນການເປີດປີແຫ່ງການສະເຫລີມສະຫລອງສາຍພົວພັນການທູດ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...