spot_img
Homeຂ່າວຕ່າງປະເທດໝາສຸດມຶນ! ກັດພາວເວີແບ້ງ ເຮັດໃຫ້ໄຟໄໝ້ບ້ານ

ໝາສຸດມຶນ! ກັດພາວເວີແບ້ງ ເຮັດໃຫ້ໄຟໄໝ້ບ້ານ

Published on

ໃນວັນທີ 8 ສິງຫາ 2024 ສຳນັກຂ່າວຕ່າງປະເທດລາຍງານ: ເກີດເຫດໄຟໄໝ້ບ້ານຫຼັງໜຶ່ງ ໃນເມືອງທັດຊາ ລັດໂອຄາໂຮມາ ປະເທດສະຫະລັດອາເມຣິກາ ໂດຍກ້ອງວົງຈອນປິດສາມາດບັນທຶກສາເຫດຂອງການເກີດໄຟໄໝ້ຄັ້ງນີ້ໄວ້ໄດ້.

ໂດຍກ້ອງວົງຈອນປິດໄດ້ບັນທຶກພາບໝາ 2 ໂຕກຳລັງນອນຫຼິ້ນໃນຫ້ອງນັ່ງຫຼິ້ນພາຍໃນບ້ານ ຊຶ່ງໃນຕອນນັ້ນບໍ່ມີໃຜຢູ່ບ້ານກ່ອນທີ່ໝາອີກໂຕໜຶ່ງຈະຄາບແບັດເຕີຣີສຳຮອງ ຫຼື ພາວເວີແບ້ງ ມານອນກັດຫຼິ້ນຢູ່ເທິງຜ້າປູ ເຮັດໃຫ້ໄຟໄໝ້ຂຶ້ນ ແລະ ໝາທັງສອງກໍມີອາການຕົກໃຈ ແລະ ຖອຍໜີ ເຮັດໃຫ້ໄຟທີ່ລຸກໄໝ້ຂຶ້ນນັ້ນລາມໄປທົ່ວຫ້ອງນັ່ງຫຼິ້ນ.

ຕາມກນລາຍງານຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ບ້ານຫຼັງດັ່ງກ່າວໄດ້ຮັບຄວາມເສຍຫາຍພໍສົມຄວນເນື່ອງຈາກໄຟໄດ້ລຸກລາມພາຍໃນຫ້ອງນັ່ງຫຼິ້ນ ແຕ່ໂຊກຍັງດີທີ່ໝາທັງສອງໂຕສາມາດໜີອອກທາງປະຕູໝາໄດ້ທັນ ໂດຍບໍໄດ້ຮັບບາດເຈັບ.

ຝາກເຕືອນເປັນອຸທາຫອນສຳລັບໃຜທີ່ລ້ຽງໝາ ຄວນເກັບຮັກສາສິ່ງຂອງທີ່ອາດຈະເກີດປະກາຍໄຟໃຫ້ຫ່າງໄກຈາກນ້ອງໝາ ເພື່ອບໍ່ໃຫ້ເກີດການສູນເສຍທັງຊິວິດ ແລະ ສິ່ງຂອງຄືດັ່ງເຫດການນີ້.

ແຫຼ່ງຂ່າວ:CH7

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...