spot_img
Homeຂ່າວກິລານ້ອຍພິກຂີ້ໜູ WIG ລົງສະໜາມ 2 ນັດຊະນະລວດ

ນ້ອຍພິກຂີ້ໜູ WIG ລົງສະໜາມ 2 ນັດຊະນະລວດ

Published on

WIG ທີມຫຼານນ້ອຍເຍົາວະຊົນລາວສ້າງຜົນງານໂດດເດັ່ນ ລົງສະໜາມ 2 ນັດຖະຫຼົ່ມຄູ່ແຂ່ງຂາດລອຍ ໃນການແຂ່ງຂັນ ລາຍການ PANYI EITE CUP 2024 ລຸ້ນອາຍຸບໍ່ເກີນ 10 ປີ ທີ່ນະຄອນເຊຍແມນນ ແຂວງຟູຈຽນ ສປ ຈີນ ໃນລະຫວ່າງວັນທີ 5-11 ສິງຫາ 2024.

ສຳລັບຜົນງານທີມ WIG NAGA ເຍົາວະຊົນລາວລົງແຂ່ງ 2 ນັດໃນວັນທີ 6 ສິງຫາ 2024 ສາມາດເອົາຊະນະ SCHOOL MUSIC XIAMEN ແບບຂາດລອຍ 12-0 ປະຕູ, ໃນນັດທີ 2 ຖະຫຼົ່ມ JIANGYIN 21-0 ປະຕູ, ເຊິ່ງ 2 ນັດທຳອິດທີ່ນັກເຕະນັ້ນສາມາດເຮັດປະຕູໄດ້ຫຼາຍທີ່ສຸດກໍຄື ອານຸສັກ ວິໄລກຸນ ໝາຍເລກ 10 ຍິງໄປແລ້ວ 10 ກວ່າປະຕູຈາກ 2 ນັດ, ສ່ວນນັດທີ 3 ພົບກັບ JINSHAN ແຂ່ງໃນວັນທີ 7 ສິງຫາ 2024 ເວລາ 16:50 ໂມງ (ຕາມເວລາລາວ).

ໃນການແຂ່ງຂັນ ລາຍການ PANYI EITE CUP 2024 ມີຫຼາຍລຸ້ນທີ່ເຂົ້າຮ່ວມປະກອບມີ: ຢູ8, ຢູ10 ແລະ ຢູ 12 ແຂ່ງ 7 ຮັບ 1 ໂດຍມີ 268 ທີມເຂົ້າຮ່ວມຈາກຫຼາຍປະເທດຄື: ສປ ຈີນ(ເຈົ້າພາບ), ຍີ່ປຸ່ນ, ເກົາຫຼີ, ໄທ ແລະ ລາວ ໂດຍເຈົ້າພາບໄດ້ເຊີນທີມຈາກອາຊີຈຳນວນ 64 ທີມ ສ່ວນທີ່ເຫຼືອແມ່ນທີມຈາກ ສປ ຈີນ.

ຂໍ້ມູນຈາກ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...