Homeຂ່າວພາຍ​ໃນນໍ້າຖ້ວມທີ່ອຸດົມໄຊ ເສຍຫາຍກວ່າ 7 ຕື້ກີບ

ນໍ້າຖ້ວມທີ່ອຸດົມໄຊ ເສຍຫາຍກວ່າ 7 ຕື້ກີບ

Published on

ຈາກສະພາບຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງ ໃນວັນທີ 19 ກໍລະກົດ ຜ່ານມາ, ເຮັດໃຫ້ເກີດມີນໍ້ານອງຫຼາຍສາຍເຊັ່ນ: ນໍ້າມາວ, ນໍ້າແບງ ນໍ້າກໍ ແລະ ສາຍແມ່ນໍ້າອື່ນໆ ໄຫຼເຂົ້າຖ້ວມທີ່ຢູ່ອາໄສ, ເນື້ອທີ່ທຳການຜະລິດ, ລະບົບໄຟຟ້າ, ເສັ້ນທາງຄົມມະນາຄົມ ແລະ ດ້ານອື່ນໆ ຂອງແຂວງອຸດົມໄຊ ສ້າງຄວາມເສຍຫາຍມູນຄ່າກວ່າ 7 ຕື້ກີບ.

May be an image of 2 people and motorcycle

ຄະນະກຳມະການຄຸ້ມຄອງໄພພິບັດແຂວງ ອຸດົມໄຊ ລາຍງານໃຫ້ຮູ້ໃນວັນທີ 5 ສິງຫາທີ່ຜ່ານມາ ກ່ຽວກັບສະພາບຜົນເສຍຫາຍຈາກໄພພິບັດນ້ຳຖ້ວມຄັ້ງວັນທີ 19 ກໍລະກົດຜ່ານ ມາວ່າ: ແຂວງອຸດົມໄຊ ໄດ້ຮັບຜົນເສຍຫາຍຈາກ ໄພພິບັດຄັ້ງນີ້ລວມມູນຄ່າ 7 ຕື້ 600 ລ້ານກວ່າກີບ, ໃນນີ້ດ້ານທີ່ຢູ່ອາໄສຂອງພໍ່ແມ່ ປະຊາຊົນໄດ້ຮັບຜົນກະທົບ ແລະ ເສຍຫາຍ ຄື: ເມືອງໄຊ ມີ 2 ບ້ານ 29 ຫຼັງຄາເຮືອນ, ພົນລະເມືອງ 157 ຄົນ, ຍິງ 71 ຄົນ, ເຮືອນໄຫຼນໍ້າຈໍານວນ 1 ຫຼັງ, ເຮືອນຖືກນໍ້າຖ້ວມ ຈໍານວນ 26 ຫຼັງຄາ, ເຮືອນຄົວເປ່ເພຈໍານວນ 1 ຫຼັງ, ຫ້ອງນໍ້າເປ່ເພ ລວມມູນຄ່າເສຍຫາຍ 167 ລ້ານກວ່າກີບ.

May be an image of 8 people and motorcycle

ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຜົນກະທົບທັງໝົດ ຈຳນວນ 3 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງແບງ ມີ 3 ຈຸດທີ່ເສຍຫາຍ ມີເສົາໄຟຟ້າລົ້ມຫັກ 3 ຕົ້ນ ແລະ ອຸປະກອນຕ່າງໆ ລວມມູນຄ່າເສຍຫາຍທັງໝົດ 34 ລ້ານກວ່າກີບ, ເສັ້ນທາງຫຼວງແຫ່ງຊາດ ເລກທີ 2W ຖືກເສຍຫາຍ 3 ຊ່ວງກິໂລແມັດ ແລະ ເສັ້ນທາງເລກທີ 2E ຖືກເສຍຫາຍ 2 ຊ່ວງກິໂລແມັດ, ເສັ້ນທາງທ້ອງຖິ່ນ, ເຂດເມືອງໄຊຈໍານວນ 3 ເສັ້ນ, ເມືອງ ນາໝໍ້ ຈໍານວນ 6 ເສັ້ນ , ເມືອງງາ ຈໍານວນ 3 ເສັ້ນທາງ, ລວມມູນຄ່າເສຍຫາຍທັງໝົດ 6 ຕື້ 369 ກວ່າລ້ານກີບ.

May be an image of 1 person and body of water

ເນື້ອທີ່ທໍາການຜະລິດຂອງປະຊາຊົນເສຍຫາຍ ຈໍານວນ 1 ເມືອງ ມີ 5 ບ້ານ ມີ 166 ຫຼັງຄາເຮືອນ ມີ 807 ຄົນ, ມີເນື້ອທີ່ທໍາການຜະລິດຖືກກະທົບ ຈຳນວນ 44 ເຮັກຕາ, ເສຍຫາຍ 36 ເຮັກຕາ, ລວມມູນຄ່າເສຍຫາຍຈໍານວນ 1 ຕື້ກວ່າກີບ.ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນໄດ້ຊຸກຍູ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃຫ້ການຊ່ວຍເຫຼືອສຸກເສີນ, ໂດຍການນໍາໃຊ້ ເງິນກອງທຶນຄຸ້ມຄອງໄພພິບັດ ແລະ ສັງຄົມສົງເຄາະຂັ້ນເມືອງຈັດຊື້ສັງກະສີ, ເຄື່ອງອຸປະໂພກບໍລິໂພກ ມູນຄ່າ 4,660,000 ກີບ.

No photo description available.

ຂະແໜງພະລັງງານ ແລະ ບໍ່ແຮ ໄດ້ສ້ອມແປງຈຸດທີ່ຖືກຜົນກະທົບໃນ 3 ເມືອງ ມີ 3 ຈຸດຄື: ສ້ອມແປງເສົາໄຟຟ້າແລະປ່ຽນ ຖ່າຍອຸປະກອນ ລວມມູນຄ່າ 58 ລ້ານກວ່າກີບ ຂະແໜງໂຍທາທິການ ແລະ ຂົນສົງ ໄດ້ສ້ອມ ແປງສຸກເສີນເສັ້ນທາງທີ່ໄດ້ຮັບຜົນກະທົບໃຫ້ສາມາດສັນຈອນໄປມາໄດ້ເປັນປົກະຕິ ລວມມູນຄ່າສ້ອມແປງສຸກເສີນທັງໝົດ 74 ລ້ານກີບ.

ພາບ-ຂ່າວ: ຄຳພູສະຫວັນ ເພັນສະຫວັດ, ວສລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...