spot_img
Homeຂ່າວພາຍ​ໃນຈັບສອງໜຸ່ມ ກໍ່ເຫດລັກສາຍໄຟແອ-ໝໍ້ໄຟລົດ

ຈັບສອງໜຸ່ມ ກໍ່ເຫດລັກສາຍໄຟແອ-ໝໍ້ໄຟລົດ

Published on

ປກສ ແຂວງອັດຕະປື ລາຍງານວ່າ: ວັນທີ 1 ສິງຫາ 2024 ນີ້ ເຈົ້າໜ້າທີ່ຕຳຫຼວດ ສືບສວນ-ສອນສວນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ອັດຕະປື ໄດ້ນຳເອົາຜູ້ຕ້ອງຫາ 2 ຄົນທີ່ກໍ່ເຫດລັກສາຍໄຟແອ ຢູ່ຕາມພະແນກການຂອງແຂວງມາເຮັດແຜນປະກອບຮັບຄໍາສາລະພາບ.

May be an image of 4 people and slow loris

ເຊິ່ງທັງສອງຖືກເຈົ້າໜ້າທີ່ຈັບຕົວໃນເດືອນກໍລະກົດຜ່ານມາ ຜູ້ກໍ່ເຫດ ຊື່ທ້າວ ຫັດທະສົງ ອາຍຸ 16 ປີ, ວ່າງງານ ແລະ ທ້າວ ສີນວນ ອາຍຸ 16 ປີ ວ່າງງານ, ທັງ 2 ຄົນ ແມ່ນຢູ່ບ້ານ ໄຊສະອາດ ເມືອງສາມັກຄີໄຊ ແຂວງອັດຕະປື, ໄດ້ພາກັນອອກຫາລັກຊັບປະ ເພດສາຍໄຟແອ ຢູ່ຕາມພະແນກການຕ່າງໆ ໃນເທສະບານແຂວງອັດຕະປື ລວມແອເຢັນທີ່ຖືກຕັດສາຍໄຟ 56 ໜ່ວຍ, ຄອມພີວເຕີໂນດບຸ໊ກ 3 ໜ່ວຍ ແລະ ໝໍ້ໄຟລົດໃຫຍ່ 4 ໜ່ວຍ ພາຍຫຼັງກໍ່ເຫດແລ້ວໄດ້ນຳໄປເຊື່ອງໄວ້ຢູ່ປ່າ ແລ້ວກໍປອກເອົາແຕ່ທອງໄປຂາຍໃຫ້ຮ້ານຮັບຊື້ຂາຍເຫຼັກເສດ.

May be an image of 3 people

ປັດຈຸບັນຄະດີດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນ ນຳເອົາສຳນວນຄະດີ ສົ່ງຟ້ອງໄອຍະການປະຊາຊົນແຂວງ ອັດຕະປື ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຂ່າວ: ປກສ ແຂວງອັດຕະປື, ວສລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...