Homeຂ່າວຄວາມສະຫງົບຂີ້ເມົາຊວນໝູ່ກິນເຫຼົ້າ ແຕ່ຖືກປະຕິເສດ ໃຈຮ້າຍຈົກປືນຍິງໝູ່

ຂີ້ເມົາຊວນໝູ່ກິນເຫຼົ້າ ແຕ່ຖືກປະຕິເສດ ໃຈຮ້າຍຈົກປືນຍິງໝູ່

Published on

ຕາມຂ່າວຈາກ ປກສ ແຂວງຫົວພັນລາຍງານວ່າ: ວັນທີ 30 ກໍລະກົດ 2024, ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ນຳຕົວຜູ້ກໍ່ເຫດພະຍາຍາມຄາຕະກຳຜູ້ອື່ນ ມາຈຳລອງເຫດການຄືນ ເພື່ອປະກອບຄຳຮັບສາລະພາບ ແລະ ປະກອບສຳນວນສົ່ງໄອຍະການຖະແຫລງສັ່ງຟ້ອງຕັດສິນຄະດີຕາມຂັ້ນຕອນກົດໝາຍ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ເຫດການດັ່ງກ່າວ ເກີດຂຶ້ນ ເມື່ອວັນທີ 12 ເມສາ 2024 ເມື່ອ ທ້າວ ສຸລິວັນ ຫລື ຜິວ (ຜູ້ກໍ່ເຫດ) ຢູ່ບ້ານປຶ່ງ ເມືອງສົບເບົາ ແຂວງຫົວພັນ, ໄດ້ອອກຈາກເຮືອນໄປຢາມພີ່ນ້ອງ ຢູ່ບ້ານລ້ອງຫຸ່ມ ເມືອງດຽວກັນ ແລະ ໄດ້ກິນເຂົ້າສາມັກຄີພົບປະສັງສັນນຳກັນຈົນເມົາ. ຮອດເວລາປະມານ 14:30 ໂມງ ຜູ້ກ່ຽວຈຶ່ງໄດ້ຄອບລາພີ່ນ້ອງແລ້ວກັບໄປເຮືອນ. ໃນຂະນະທີ່ຂັບຂີ່ລົດຈັກກັບເຮືອນນັ້ນ ໄດ້ໄປຕຳໃສ່ກອງຫີນຢູ່ກາງທາງແຕ່ບໍ່ບາດເຈັບ ແລະ ບ່ອນເກີດເຫດຢູ່ໃກ້ກັບເຮືອນດີແດ່, ຜູ້ກ່ຽວກໍລຸກຂຶ້ນແລ້ວຍ່າງໄປຫາໝູ່ຢູ່ເຮືອນດີເພື່ອຊວນເອົາໝູ່ໄປດື່ມເຫຼົ້ານຳກັນ ແຕ່ບໍ່ມີໃຜໄປນຳ, ຈຶ່ງໃຈຮ້າຍ ແລ້ວຍ່າງກັບໄປເອົາເງິນຢູ່ເຮືອນ 400,000 ກີບ ພ້ອມປືນແຕ່ງລູກແມັກ ແລະ ມີດແຫຼມ 1 ດວງ ແລ້ວຍ່າງກັບຄືນມາຊວນໝູ່ໄປດື່ມເຫຼົ້ານຳອີກ ແຕ່ບໍ່ມີໃຜໄປນຳ, ຜູ້ກ່ຽວຈຶ່ງເກີດຄວາມໂມໂຫ ຈັບປືນຍິງໃສ່ຫົວ ທ້າວ ອ້ອຍ 1 ບາດ ແຕ່ລູກປືນບໍ່ແຕກ ແລະ ພະຍາຍາມຈະຍິງໃສ່ອີກ ແຕ່ມີຄົນມາຊ່ວຍດຶງປືນໄວ້ ແລະ ຜູ້ກ່ຽວຈຶ່ງເອົາທ້າຍປຶນທຸບໃສ່ຫົວ ທ້າວ ອ້ອຍ ຈົນບາດເຈັບຫົວແຕກ ແລ້ວຫລົບໜີໄປ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງສົບເບົາໄດ້ພະຍາຍາມ ຕິດຕາມນຳຈັບຕົວຜູ້ກ່ຽວ ແລະ ໃນທີ່ສຸດກໍ່ສາມາດນຳຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍໄດ້.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...