Homeຂ່າວຕ່າງປະເທດຊາຍສູງອາຍຸເສຍຊີວິດ ຫຼັງຖືກໂຕເຫັບກັດ

ຊາຍສູງອາຍຸເສຍຊີວິດ ຫຼັງຖືກໂຕເຫັບກັດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ພົບຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກ ໄຄມຽນຄອງ ຄົນທຳອິດໃນປະເທດສະເປນ, ໂດຍແມ່ນຊາຍສູງອາຍຸ 74 ປີ, ເຊິ່ງມີອາການໄຂ້, ຫຼັງຈາກທີ່ຖືກໂຕເຫັບກັດ ແລະ ໄປພົບແພດໃນວັນທີ 19 ກໍລະກົດທີ່ຜ່ານມາ, ມາໃນວັນທີ 21 ກໍລະົກດທີ່ຜ່ານມາ ແພດໄດ້ຢັ້ງຢືນວ່າ: ຊາຍຄົນດັ່ງກ່າວຕິດພະຍາດໄຂ້ເລືອດອອກ ໄຄມຽນຄອງ, ອາການຂອງລາວກ່ອນທີ່ຈະເສຍຊີວິດແມ່ນເກີດຈາກພາວະອະໄວຍະວະພາຍໃນຫຼົ້ມເຫຼວ.

ชายชราเสียชีวิตในสเปน หลังถูกเห็บกัดจนติดเชื้อโนโรไวรัส

ພະຍາດໄຂ້ເລືອດອອກດັ່ງກ່າວ ມີສາເຫດມາຈາກເຊື້ອໂນໂລໄວຣັດ ເຊິ່ງພົບໃນໂຕເຫັບ, ອາການເບື້ອງຕົ້ນຈະມີໄຂ້ສູງກະທັນຫັນ, ໜາວສັ່ນ, ວິນຫົວ, ປວດຮາກ, ນອກນີ້ຍັງມີເລືອດດັງອອກ, ເສັ້ນເລືອດຝອຍໃນຕາແຕກ,ຜິວໜັງມີຮອນແດງ, ເນື່ອງຈາກມີເລືອດອອກຕາມອະໄວຍະວະພາຍໃນ.

ພະຍາດນີ້ຍັງບໍ່ທັນມີວັກຊີນຮັກສາເທື່ອ, ດັ່ງນັ້ນທາງການສະເປນ ໄດ້ແນະນຳໃຫ້ປະຊາຊົນສວມໃສ່ໂສ້ງຂາຍາວ ແລະ ເສື້ອແຂນຍາວ, ເກີບໂບກ ຫຼື ເກີບຫຸ້ມສົ້ນ, ໃຊ້ຢາໄລ່ເຫັບ ຫາກຕ້ອງຢູ່ໃນພື້ນທີ່ສ່ຽງ.

ຂ່າວ: CNN

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...