Homeຂ່າວພາຍ​ໃນລະດັບນໍ້າເຊບັ້ງໄຟຂຶ້ນສູງ ລະວັງນໍ້າຖ້ວມ

ລະດັບນໍ້າເຊບັ້ງໄຟຂຶ້ນສູງ ລະວັງນໍ້າຖ້ວມ

Published on

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາເຊົ້າ ວັນທີ 1 ສິງຫາ 2024, ເຊິ່ງໃຫ້ປະຊາຊົນທີ່ອາໃສຢູ່ລຽບຕາມນໍ້າເຊບັ້ງໄຟ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບ ນໍ້າຖ້ວມ ທີ່ອາດຈະເກີດຂຶ້ນ ພ້ອມທັງກະກຽມຍົກຍ້າຍວັນຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.

May be an image of text

ເນື່ອງຈາກຮ່ອງຄວາມດັນອາກາດຕໍ່າ ຫຼື ຮ່ອງຝົນ ໄດ້ພາດຜ່ານ ພາກເໜືອ ແລະ ພາກກາງຂອງປະເທດລາວ ສົມທົບກັບກະແສລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງປານກາງ, ເຊິ່ງໄດ້ເຮັດໃຫ້ມີຝົນຕົກເປັນບໍລິເວນກວ້າງຕິດຕໍ່ກັນ ໃນໄລຍະຫຼາຍວັນຜ່ານມາ ຢູ່ໃນເຂດພາກເໜືອ ແລະ ພາກກາງ ໄດ້ເຮັດໃຫ້ລະດັບນໍ້າຢູ່ຕາມແມ່ນໍ້າສາຂາ ຢູ່ເຂດພາກກາງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ.

May be an image of body of water

ໂດຍສະເພາະສະຖານີມະຫາໄຊ, ເມືອງມະຫາໄຊ ແລະ ສະຖານີເຊບັ້ງໄຟ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນ ຄາດຄະເນວ່າ: ສະພາບຝົນຍັງຈະສືບຕໍ່ຕົກໃນລະດັບປານກາງ ຫາ ໜັກຕື່ມອີກ ອາດຈະເຮັດໃຫ້ລະດັບນໍ້າສາຂາຈະສືບຕໍ່ເພີ່ມສູງຂຶ້ນ ຮອດເຂດ ອັນຕະລາຍ ໃນໄລຍະ ວັນທີ 01 ສິງຫາ ຫາ 02 ສິງຫາ 2024 ນີ້, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...