spot_img
Homeຂ່າວພາຍ​ໃນຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ຢ້ຽມຢາມ ສປປ ລາວ

ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ຢ້ຽມຢາມ ສປປ ລາວ

Published on

ໃນວັນທີ 29 ກໍລະກົດ 2024, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ, ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 28-30 ກໍລະກົດ 2024.

May be an image of 5 people, the Oval Office and text

ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນຂອງການພົບປະສອງຝ່າຍ ລະຫວ່າງ ທ່ານ ຈອນ ລີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ເຊິ່ງສອງຝ່າຍໄດ້ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນ ພ້ອມທັງໄດ້ລົງນາມເອກະສານຮ່ວມກັນ ຈໍານວນ 12 ສະບັບ, ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດກໍຄື: ການຊຸກຍູ້ການພົວພັນຮ່ວມມືໃນດ້ານການລົງທຶນ, ການຄ້າ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານພາສີ ແລະ ການຄັດເລືອກເອົານັກຮຽນມັດທະຍົມສົມບູນວຽງຈັນໄປສຶກສາຕໍ່ຂັ້ນປະລິນຍາຕີຢູ່ຮົງກົງ.

May be an image of 8 people

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຊີນຊວນນັກທຸລະກິດຮົງກົງ ໃຫ້ມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ ພ້ອມທັງເຊີນຊວນນັກທ່ອງທ່ຽວຈາກຮົງກົງ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ, ໂດຍສະເພາະໃນປີທ່ອງທ່ຽວລາວ 2024 ນີ້ກໍຄື: ພາຍຫຼັງການເປີດຖ້ຽວບິນໂດຍກົງ ຮົງກົງ-ນະຄອນຫລວງວຽງຈັນ 1 ຖ້ຽວຕໍ່ອາທິດ, ນັບແຕ່ວັນທີ 7 ພຶດສະພາ 2024 ເປັນຕົ້ນມາ.

May be an image of 15 people and text

ໃນຂະນະດຽວກັນ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ, ສປ ຈີນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ພ້ອມທັງໄດ້ລາຍງານຜົນການພົບປະສອງຝ່າຍກັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ
ພາບ: ເກດສະໜາ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...