spot_img
Home​ຂ່າວທ່ອງທ່ຽວນະຄອນຫລວງວຽງຈັນ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ 8 ແສນຄົນ ໃນ 2024

ນະຄອນຫລວງວຽງຈັນ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ 8 ແສນຄົນ ໃນ 2024

Published on

ນະຄອນຫລວງວຽງຈັນ ຕັ້ງເປົ້າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 8 ແສນຄົນ ເຂົ້າມາທ່ຽວພາຍໃນນະຄອນຫລວງວຽງຈັນ ສໍາລັບປີ 2024 ຂະນະທີ່ພະແນກແຜນການ ແລະ ການລົງທຶນນະຄອນຫລວງວຽງຈັນ ລາຍງານຫລ້າສຸດວ່າພຽງ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນດ້ານທີ່ພັກໂຮງແຮມ ຢູ່ ນວ ເພີ່ມຂຶ້ນ ແລະ ບັນລຸຈຳນວນ 16 ແຫ່ງ. ທ່ານ ນາງ ວຽງພັນ ແກ້ວຄຸນສີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຜ່ານມາວ່າ: ສະຖິຕິສິ່ງຮອງຮັບດ້ານການທ່ອງທ່ຽວຂອງ ນວ ມີສະຖານທີ່ພັກແຮມ ຈຳນວນ 609 ແຫ່ງ, ຮ້ານອາຫານ ແລະ ພັດຕະຄານ 217 ແຫ່ງ, ສະຖານທີ່ທ່ອງທ່ຽວ 81 ແຫ່ງ, ບໍລິສັດທ່ອງທ່ຽວ 260 ແຫ່ງ, ສະຖານບັນເທີງ 37 ແຫ່ງ, ຮ້ານນວດ ແລະ ສະປາ 23 ແຫ່ງ.

ນອກນີ້, ໃນ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນທຸລະກິດການທ່ອງທ່ຽວ ຈຳນວນ 58 ຫົວໜ່ວຍ, ມີມູນຄ່າທັງໝົດ 1.111 ຕື້ກວ່ກີບ. (ທຸລະກິດດ້ານທີ່ພັກແຮມ16 ຫົວໜ່ວຍ, ທຸລະກິດອາຫານ- ເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດ ທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະ ສະປາ 4 ຫົວ ໜ່ວຍ).

ນະຄອນຫວງວຽງຈັນ ເປັນເມືອງເອກຂອງ ສປປ ລາວ ເຊິ່ງມີປະຊາກອນເກືອບ 1 ລ້ານຄົນອາໃສຢູ່. ນອກຈາກນັ້ນ, ຍັງມີແຫລ່ງທ່ອງທ່ຽວ ທ່ີມີຊື່ສຽງໂດ່ງດັງຢ່າງຫລວງຫລາຍເຊັ່ນ: ພະທາດຫລວງ, ວັດສີສະເກດ, ປະຕູໄຊ, ວັດສີເມືອງ, ວັດຊຽງຄວນ, ສູນການຄ້າສາກົນ ແລະ ອື່ນໆ ເຊິ່ງທັງໝົດນັ້ນກາຍເປັນຈຸດໝາຍຂາຍສໍາຄັນຂອງນະຄອນຫລວງ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...