Homeຂ່າວພາຍ​ໃນນັກກິລາເຍົາວະຊົນລາວຄວ້າ 2 ຫຼຽນ

ນັກກິລາເຍົາວະຊົນລາວຄວ້າ 2 ຫຼຽນ

Published on

ໃນວັນທີ 20-21 ກໍລະກົດ 2024, ເຊິ່ງສອງນ້ອງນັກກິລາເຍົາວະຊົນ ມາຈາກ ສະໂມສອນເທຄວັນໂດ PMS Taekwondo Club ໄດ້ເຂົ້າຮ່ວມແຂ່ງຂັນທີ່ ປະເທດເກົາຫຼີ ໃນລາຍການ Seongnam Open International Championship 2024 Korea ນຳທີມໂດຍ ອາຈານ ດວງວິໄລ ພິມມະສອນ (ອາຈານ ເປ່ເລ້), ການແຂ່ງຂັນຄັ້ງນີ້, ສາມາດຄວ້າໄຊຊະນະມາໃຫ້ ສປປ.ລາວ ໄດ້ 1 ຫຼຽນຄຳ ແລະ 1 ຫຼຽນທອງແດງ.

May be an image of 5 people, people performing martial arts and text

* ທ. ລັດຕະນະພອນ ລັດຕະນະປະເສີດ (ໂອນເນີ້) ອາຍຸ 13 ປີ ແຂ່ງຂັນໃນ Class A ນ້ຳໜັກ 49 ກິໂລກຣາມ ຍາດໄດ້ຫຼຽນຄຳ.
-ຮອບທີ 1 ເອົາຊະນະນັກກິລາຈາກ ສປ. ຈີນ
-ຮອບທີ 2 ເອົາຊະນະນັກກິລາຈາກ ສ. ເກົາຫຼີ
-ຮອບທີ 3 ເອົາຊະນະນັກກິລາຈາກ ສປ. ຈີນ.

Lao Taekwondo Athletes Win Two Golds at South Korean Championship

* ນ. ນະລິນດາ ເຂັມມາລາ (ນະລິນ) ອາຍຸ 12​ ປີ ແຂ່ງຂັນໃນ Class A ນ້ຳໜັກ 46 ກິໂລກຣາມ ຍາດໄດ້ຫຼຽນທອງແດງ
-ຮອບທີ 1 ເອົາຊະນະນັກກິລາຈາກ ສປ. ຈີນ
-ຮອບທີ 2 ເສຍໃຫ້ນັກກິລາຈາກ ຟີລິບປິນ

ຂໍ້ມູນ: ສະໂມສອນເທຄວັນໂດ PMS Taekwondo Club

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...