Published on

ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນວ ຊຸດທີ II ຜ່ານມາວ່າ: ໃນຂອບເຂດທີ1 ເນື້ອທີ່ 51,1 ເຮັກຕາ, ມີຕອນດິນທີ່ຖືກຜົນກະທົບທັງໝົດ 90 ຕອນ, ມູນຄ່າທົດແທນທັງໝົດ 84 ກວ່າຕື້ກີບ, ເປັນເຂດພື້ນທີ່ໂຄງການທ່າບົກທ່ານາແລ້ງເຂດໂລຊິດສຕິກ ນະຄອນຫຼວງວຽງຈັນ ຈະເຮັດການທົດແທນໃນນາມລັດຖະບານລາວ ເພື່ອສົ່ງມອບພື້ນທີ່ໃຫ້ໂຄງການລົດໄຟລາວ-ຈີນ ກໍ່ສ້າງເປັນສະຖານີ້ຄວບຄຸມລົດໄຟ, ພື້ນທີ່ເຂດໂຄງການສ່ວນຫຼາຍເປັນດິນທີ່ມີສິດນໍາໃຊ້ທີ່ດິນບຸກຄົນ ແລະ ນິຕິບຸກຄົນເຊິ່ງສ່ວນຫຼາຍແມ່ນມີໃບຕາດີນຖືກຕ້ອງຕາມກົດໝາຍແລ້ວ ແລະ ໄດ້ຈ່າຍຄ່າທົດແທນແລ້ວຈຳນວນ 35 ຕອນ, ມູນຄ່າ 7,4 ກວ່າຕື້ກີບ, ຍັງຄ້າງ 55 ຕອນ, ມູນຄ່າ 77 ກວ່າຕື້ກີບທີ່ບໍ່ທັນຈ່າຍຄ່າທົດແທນ.

Home - Thanaleng Dry Port

ສາເຫດທີ່ຍັງຄ້າງ ແລະ ເຈົ້າຂອງສິດນຳໃຊ້ທີ່ດິນບໍ່ຍອມຮັບຄ່າທົດແທນຄ່າເສຍຫາຍຍ້ອນ ຂອບເຂດດັ່ງກ່າວແມ່ນມີສອງໂຄງການທີ່ມີຫົວໜ່ວຍທົດແທນຕ່າງກັນມາປະຕິບັດໃນພື້ນທີ່ດຽວກັນ, ໂດຍສະເພາະແມ່ນໂຄງການທາງລົດໄຟລາວ-ຈີນ, ເຈົ້າຂອງສິດນໍາໃຊ້ທີ່ດິນຍັງລໍຖ້າເບິ່ງການທົດແທນຄ່າເສຍຫາຍໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ຍ້ອນວ່າຫົວໜ່ວຍການທົດແທນສູງກວ່າ.

Thanaleng Dry Port and Vientiane Logistics Park (VLP) Archives -

ຜ່ານມາໄດ້ຮັບທິດຊີ້ນໍາຈາກທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ເຫັນດີໃຫ້ປະຕິບັດໃນລາຄາທົດແທນຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນລາຄາ 210.000ກີບ/ຕາແມັດ, ແຕ່ສະເໜີໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນຮັບ ເອົາຄ່າທົດແທນຕາມຫົວໜ່ວຍລາຄາຂອງໂຄງການທ່າບົກທ່ານາແລ້ງ ເຂດໂລຊິດສຕິກ ນະຄອນຫຼວງວຽງຈັນໃນລາຄາ 150.000 ກີບ/ຕາແມັດກ່ອນຍ້ອນວ່າໂຄງການດັ່ງກ່າວມີຫົວໜ່ວຍການທົດແທນກ່ອນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ.

China-Laos Railway transit yard put into operation for transporting goods  to Thailand-Xinhua

ສ່ວນມູນຄ່າຜິດດ່ຽງ 60.000 ກີບ/ຕາແມັດ ແມ່ນໃຫ້ບໍລິສັດຜູ້ພັດທະນາທັງສອງໂຄງການຕອບສະໜອງການທົດແທນ, ປະຈຸບັນທາງໂຄງການທັງສອງໂຄງການຍັງບໍ່ທັນໄດ້ປະຕິບັດການທົດແທນໃນມູນຄ່າຜິດດ່ຽງ 60.000 ກີບ/ຕາແມັດ ແລະ ປະຊາຊົນກໍ່ບໍ່ຍອມຮັບເອົາໃນລາຄາ 150,000ກີບ/ຕາແມັດຂອງໂຄງການທ່າບົກທ່ານາແລ້ງເຂດໂລຊິດສຕິກ ນະຄອນຫຼວງວຽງຈັນ, ສະເໜີໃຫ້ທົດແທນໃນລາຄາ 210,000 ກີບ/ຕາແມັດພ້ອມກັນຈຶ່ງຈະຮັບເອົາຄ່າທົດແທນ.

ຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...