Homeຂ່າວພາຍ​ໃນທຫລ ຕິດຕາມລາຄາສິນຄ້າ-ການແລກປ່ຽນເງິນຕາ

ທຫລ ຕິດຕາມລາຄາສິນຄ້າ-ການແລກປ່ຽນເງິນຕາ

Published on

ທະນາຄານ ແຫ່ງ ສປປ ລາວ ໄດ້ຈັດພິທີເປີດຂະບວນການລົງຕິດຕາມການຕິດລາຄາສິນຄ້າ ແລະ ການແລກປ່ຽນເງິນຕາ ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ພາຍໃຕ້ການເປັນປະທານກ່າວເປີດຂະບວນການດັ່ງກ່າວ ໂດຍທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານ ແຫ່ງ ສປປ ລາວ ເຊິ່ງມີພະນັກງານຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ.

May be an image of 5 people and text

ທະນາຄານແຫ່ງ ສປປ ລາວ ຕາງໜ້າໂດຍກົມຄຸ້ມຄອງເງິນຕາຕ່າງປະເທດ ຈຶ່ງໄດ້ເປີດຂະບວນການລົງຕິດຕາມການຕິດລາຄາສິນຄ້າ ແລະ ການແລກປ່ຽນເງິນຕາຂຶ້ນ ເພື່ອໃຫ້ເປັນການລົງຕິດຕາມ, ເຜີຍແຜ່ ແລະ ໃຫ້ທຸກຄົນມີສະຕິ ໃນການຈັດຕັ້ງປະຕິບັດນິຕິກໍາຕ່າງໆກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນໍາໃຊ້ເງິນກີບຢ່າງກວ້າງຂວາງ ໃຫ້ເຫັນໄດ້ຄຸນຄ່າຂອງເງິນກີບ ຫັນມາຖືຄອງ ແລະ ນໍາໃຊ້ເງິນກີບໃນການຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ.

May be an image of 12 people and text

ຫຼຸດຜ່ອນການນໍາໃຊ້ເງິນຕາຕ່າງປະເທດໃຫ້ໜ້ອຍລົງ.ເພື່ອເຮັດໃຫ້ຂະບວນການຄັ້ງນີ້ ໄດ້ຮັບຜົນຕາມລະດັບຄາດໝາຍ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ທຫລ, ວສລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...