spot_img
Homeຂ່າວຕ່າງປະເທດໜຸ່ມຈີນຊ້ຳໃຈ ຫຼັງແຕ່ງງານ ແລ້ວມາຮູ້ທີຫຼັງວ່າເມຍອາຍຸຫ່າງກັນ 25 ປີ

ໜຸ່ມຈີນຊ້ຳໃຈ ຫຼັງແຕ່ງງານ ແລ້ວມາຮູ້ທີຫຼັງວ່າເມຍອາຍຸຫ່າງກັນ 25 ປີ

Published on

ອີງຕາມການລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 18 ກໍລະກົດ 2024 ຜ່ານມາ, ກ່ຽວກັບເລື່ອງລາວຂອງຊາຍໜຸ່ມຈີນຄົນໜຶ່ງອາຍຸ 25 ປີ ອາໃສຢູ່ເຂດເຫີນານ ຂອງຈີນໄດ້ຮຽກຮ້ອງກ່ຽວກັບເຈົ້າສາວທີ່ຕົວະຍົວະລອກລວງ ເພາະລາວຫາກໍຄົ້ນພົບວ່າເຈົ້າສາວອາຍຸຫ່າງກັນ 25 ປີ.

ຕາມການລາຍງານຊາຍໜຸ່ມເລົ່າວ່າ: ໄດ້ພົບຍິງສາວໂດຍບັງເອີນ ລາວມີຄວາມເປັນຜູ້ໃຫຍ່ ແລະ ມີສະເໜ່ ສາມາດສ້າງຄວາມປະທັບໃຈຊາຍໜຸ່ມ ແລ້ວທັງສອງກໍໄດ້ຄົບກັນ ທັງນີ້ຝ່າຍຊາຍກໍໄດ້ສັງເກດວ່າທຸກຄັ້ງທີ່ໄດ້ພົບກັນ ຝ່າຍຍິງໄດ້ແຕ່ງໜ້າຢ່າງລະອຽດຕະຫຼອດ ແຕ່ລາວກໍຄິດໃນທາງທີ່ດີວ່າ ຝ່າຍຍິງອາດຈະຕ້ອງການໂຊດ້ານທີ່ສວຍງາມທີ່ສຸດໃຫ້ຊາຍໜຸ່ມເຫັນ.

ຫຼັງຈາກຄົບຫາກັນໄດ້ບໍ່ດົນທັງສອງກໍຕັດສິນໃຈແຕ່ງງານກັນ ໃນມື້ນັ້ນຝ່າຍຊາຍຄິດວ່າຕົນເອງເປັນຜູ້ຊາຍທີ່ມີຄວາມສຸກທີ່ສຸດໃນໂລກ ແຕ່ລັງຈາກແຕ່ງງານເມຍຂອງລາວໄດ້ຫາຍໜ້າຫາຍຕາ ລາວຈຶ່ງໄດ້ຊອກຫາທີ່ຢູ່ ແລະໃນທີ່ສຸດລາວກໍຄົ້ນພົບຄວາມຈິງທີ່ເຮັດໃຫ້ຕົກໃຈ: ເມຍຂອງຝ່າຍຊາຍມີອາຍຸ 50 ປີ ແລະ ມີລູກຊາຍແລ້ວ ເຊິ່ງລູກຂອງຜູ້ຍິງອາຍຸຫຼາຍກວ່າ.

ຫຼັງຈາກເລື່ອງລາວດັ່ງກ່າວໄດ້ເຜີຍແຜ່ອອກໄປໃນສື່ສັງຄົມອອນລາຍຊາຍໜຸ່ມໄດ້ກ່າວວ່າ: ທາງດ້ານເມຍຂອງຕົນຫຼີກລ່ຽງການພົບກັນ ແລະ ປະຕິເສດເລື່ອງຄືນເງິນຄ່າສິນສອດ ເຊິ່ງເຮັດໃຫ້ຝ່າຍຊາຍລຳບາກໃຈຫຼາຍ ທາງດ້ານນັກຂ່າວໄດ້ຕິດຕໍ່ຂໍສຳພາດຝ່າຍຍິງກໍຕອບກັບມາສັ້ນໆວ່າ: ນາງພຽງຕ້ອງການຫາຜົວທີ່ຊື່ສັດ ແລະ ຮັກນາງເທົ່ານັ້ນ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...