spot_img
Homeຂ່າວພາຍ​ໃນສຶກສາອົບຮົມແກ້ງໄວລຸ້ນອາລະວາດຕີກັນ

ສຶກສາອົບຮົມແກ້ງໄວລຸ້ນອາລະວາດຕີກັນ

Published on

ໃນວັນທີ 17 ກໍລະກົດທີຜ່ານມາ ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ສຶກສາອົບຮົມ ກຸ່ມແກ້ງໄວລຸ້ນ ອາລະວາດຕີກັນ ຢູ່ເດີ່ນໜ້າປ່າຊ້າຈີນ, ບ້ານໂພໄຊ, ເມືອງຊໍາເໜືອ ແຂວງຫົວພັນ, ເມື່ອວັນທີ 25 ເມສາທີ່ຜ່ານມາ.

ເຊິ່ງເຈົ້າໜ້າທີ່ໄດ້ເຫັນວິດີໂອເຫດການດັ່ງກ່າວໃນສື່ສັງຄົມອອນລາຍ,ພາຍຫຼັງທີ່ໄດ້ເຫັນວີດີໂອດັ່ງກ່າວ ເຈົ້າໜ້າທີ່ໄດ້ປະສານສົມທົບພາກສ່ວນກ່ຽວຂ້ອງລົງເກັບກຳຂໍ້ມູນ ເຫັນວ່າມີຄວາມຈິງແທ້, ຈຶ່ງໄດ້ນຳຕົວພວກດັ່ງກ່າວ ມາດຳເນີນການສືບສວນສອບສວນຕາມຂັ້ນຕອນກົດໝາຍ.

ຈາກການສືບສວນໃຫ້ຮູ້ວ່າ: ກຸ່ມດັ່ງກ່າວມີອາຍຸ 17 ປີ ຈຳນວນ 3 ຄົນ ແລະ 18 ປີ ຈຳນວນ 1 ຄົນ, ເຊິ່ງເຈົ້າໜ້າທີ່ໄດ້ສຶກສາອົບຮົມ , ເຮັດບົດບັນທຶກ ແລະ ສົ່ງຄືນໃຫ້ຜູ້ປົກຄອງ, ແຕ່ວ່າຫາກມີການກະທຳຜິດອີກຈະໄດ້ທຳການປະຕິບັດຕາມກົດໝາຍຢ່າງເຂັ້ມຫງວດ. ຕໍ່ກັບເຫດການທີ່ເກີດຂຶ້ນ ພວກກ່ຽວໄດ້ປະຕິຍານຕົນວ່າ: ຈະບໍ່ເຂົ້າຮ່ວມກຸ່ມແກ້ງຕີກັນອີກ, ຖ້າຫາກມີການກະທຳຜິດອີກ ແມ່ນຈະທຳການດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ຫົວພັນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...