spot_img
Homeຂ່າວພາຍ​ໃນຍຶດຢາເສບຕິດມະຫາສານ

ຍຶດຢາເສບຕິດມະຫາສານ

Published on

ໃນວັນທີ 12 ກໍລະກົດ ທີ່ຜ່ານມາ, ເວລາປະມານ 18:30 ນາທີ ເຈົ້າໜ້າທີ່ຈຸດກວດການໍ້າທຸ່ງ, ແຂວງບໍ່ແກ້ວ ໄດ້ກວດກາລົດບັນທຸກ 22 ລໍ້, ແລ່ນມາແຕ່ທາງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມຸ່ງໜ້າໄປຍັງ ແຂວງຫຼວງນໍ້າທາ, ເຈົ້າໜ້າທີ່ໄດ້ກວດກາລົດຄັນດັ່ງກ່າວພົບເຫັນເປົາປຸ໋ຍພາຍໃນລົດ 300 ເປົາ, ເມື່ອສອບຖາມກ່ຽວກັບເອກະສານຕິດຂັດຂອງສິນຄ້າ ພ້ອມສອບຖາມຜູ້ຂັບລົດກໍເຫັນວ່າບໍ່ກົງກັນ, ຜູ້ຂັບມີທ່າທາງພິລຸດ ຍ່າງຈັບໂທລະສັບໄປ-ມາ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວໄວ້, ສ່ວນຜູ້ມານຳອີກໜຶ່ງຄົນໄດ້ເອົາຕົວຫຼົບໜີເຂົ້າປ່າໄປ.

ມາໃນວັນທີ 14 ກໍລະກົດທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ກວດຄົ້ນສິນຄ້າໃນລົດດັ່ງກ່າວ ພົບຢາເສບຕິດປະເພດຢາບ້າ 1,021 ມັດເທົ່າກັບ 2,042,000 ເມັດ ແລະ ຢາໄອສ໌ 960 ກິໂລກຣາມ. ປັດຈຸບັນນີ້, ເຈົ້າໜ້າທີ່ ກຳລັງທຳການສືບສວນສອບສວນຜູ້ຂັບລົດຄັນດັ່ງກ່າວ ພ້ອມຕິດຕາມຕົວຜູ້ຫຼົບໜີໄປ ມາລົງໂທດຕາມລະບຽບກົດໝາຍ.

ຂ່າວ:​ ປກສ ບໍ່ແກ້ວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...