spot_img
Homeຂ່າວພາຍ​ໃນທະຫານອາກາດ ສຸມໃສ່ຫັດແອບ ຮົບຮ່ວມ ລາວ-ຈີນ

ທະຫານອາກາດ ສຸມໃສ່ຫັດແອບ ຮົບຮ່ວມ ລາວ-ຈີນ

Published on

ສະຫາຍ ພັນເອກ ຄຳສຸກ ຄຳເລືອງເທບ ຫົວໜ້າການທະຫານກອງພັນໃຫຍ່ 703 ກອງບັນຊາການທະຫານອາກາດ ໄດ້ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ເຫລົ່າຮົບທະຫານອາກາດ ໄດ້ກະກຽມຝຶກຊ້ອມຢູ່ພາຍໃນກົມກອງແມ່ນກະກຽມຢູ່ໜ້າດິນ, ນັກບິນໄດ້ຝຶກຊ້ອມບິນໃນຫ້ອງຈຳລອງເພື່ອໃຫ້ມີຄວາມຊຳນິຊຳນານ ໃນການປະຕິບັດໜ້າທີ່ຢູ່ເທິງພື່ນທີ່ຕົວຈິງ, ພາກສ່ວນເຕັກນິກເຮືອບິນ ກໍໄດ້ກະກຽມຈຳນວນໜຶ່ງເພື່ອເປັນກຳລັງຕົ້ນຕໍ ແລະ ພາຫະນະສຳຮອງເຫັນວ່າປະຕິບັດໄດ້ 100%

อาจเป็นรูปภาพของ 2 คน และ ข้อความ

ມາຮອດປັດຈຸບັນແມ່ນໄດ້ຝຶກຊ້ອມຢູ່ພາກສະໜາມ ໄດ້ນຳພາອ້າຍນ້ອງແຕ່ລະພາກສ່ວນເຂົ້າມາພາກສະໜາມທຸກໆມື້, ໂດຍປະຕິບັດຕາມການຈັດແບ່ງເວລາຂອງຜູ້ບັນຊາພາກສະໜາມ ແລະ ຈະຫັດແອບກັບກົມກອງເພື່ອນ, ເພື່ອປະຕິບັດໜ້າທີ່ ຕາມຄວາມຮູ້ປະສົງຂອງຜູ້ບັນຊາສະໜາມຮົບ.

อาจเป็นรูปภาพของ 8 คน, อากาศยาน และ ข้อความ

ສະຫາຍ ພັນເອກ ຄຳສຸກ ຄຳເລືອງເທບ ຍັງໃຫ້ຮູ້ຕື່ມອີກວ່າ: ສັງລວມແລ້ວ ໃນການຝຶກຊ້ອມຮ່ວມລະຫວ່າງສອງກຳລັງ ລາວ-ຈີນ, ເຊິ່ງການຝຶກຊ້ອມຮ່ວມ ແມ່ນເປັນການຝຶກຊ້ອມທີ່ມີມູນເຊື້ອຂອງສອງຊາດ, ບໍ່ພຽງແຕ່ເປັນການຝຶກຊ້ອມຖອດຖອນບົດຮຽນ ທາງດ້ານການທະຫານເທົ່ານັ້ນ, ຍັງເປັນການແລກປ່ຽນບົດຮຽນປະສົບການເຊິ່ງກັນ ແລະ ກັນ, ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນລາວ ແລະ ຈີນ ໃຫ້ນັບມື້ນັບແຂງແກ່ນຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ຄຳອ້າຍ ທອງວັນ, ປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...