spot_img
Homeຂ່າວພາຍ​ໃນເປີດຕົວໂຄສະນາ ເພື່ອສົ່ງເສີມການນໍາໃຊ້ເຕັກໂນໂລຊີທີ່ປອດໄພ ແລະ ມີຄວາມຮັບຜິດຊອບຕໍ່ທຸກໆຄົນ

ເປີດຕົວໂຄສະນາ ເພື່ອສົ່ງເສີມການນໍາໃຊ້ເຕັກໂນໂລຊີທີ່ປອດໄພ ແລະ ມີຄວາມຮັບຜິດຊອບຕໍ່ທຸກໆຄົນ

Published on

ບາງກອກ, 26 ກໍລະກົດ 2024 – ດ້ວຍການນຳໃຊ້ເທັກໂນໂລຊີທີ່ບໍ່ຖືກຕ້ອງ, ເຊິ່ງເປັນໄພຂົ່ມຂູ່ທີ່ຮ້າຍແຮງ ໃນທົ່ວອາຊີຕາເວັນອອກສຽງໃຕ້ ໃນໄລຍະສອງສາມປີທີ່ຜ່ານມາ, ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພວມດຳເນີນການໂຄສະນາໃນລະດັບພາກພື້ນ, ເພື່ອໃຫ້ລັດຖະບານ ແລະ ປະຊາຊົນ ມີຈິດສຳນຶກກ່ຽວກັບຄວາມປອດໄພ ແລະ ​ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​. ການໂຄສະນາ, ຫົວຂໍ້ #TechSafeSpace, ມີຈຸດປະສົງເພື່ອສົ່ງເສີມສະພາບແວດລ້ອມການນຳໃຊ້ດິຈິຕອນທີ່ປອດໄພ, ສົ່ງເສີມຄວາມຮັບຜິດຊອບ ແລະ ຄວາມສະເໝີພາບທາງດິຈິຕອນ ແລະ ສົ່ງເສີມສິດທິມະນຸດ.

ດຣ. ໂຈຊົວ ເຈມ (Joshua James), ຜູ້ປະສານງານດ້ານຕ້ານອາດຊະຍາກຳທາງໄຊເບີ ປະຈຳພາກພື້ນຂອງ UNODC ກ່າວວ່າ “ການວິວັດທະນາການທີ່ວ່ອງໄວຂອງເທັກໂນໂລຊີກຳລັງຫັນປ່ຽນພູມສັນຖານໂລກຂອງພວກເຮົາຄືນໃໝ່. “ໃນຂະນະທີ່ມັນໄດ້ປັບປຸງການສື່ສານ ແລະ ການເຂົ້າເຖິງຄວາມຮູ້, ມັນຍັງໄດ້ເປັນພື້ນທີ່ສໍາລັບການຂູດຮີດທາງອາຊະຍາກຳ, ເຊິ່ງມີຜົນສະທ້ອນຕໍ່ອາຊະຍາກໍາຂ້າມຊາດ ແລະ ຄວາມປອດໄພຂອງບຸກຄົນ.”

ບົດລາຍງານຂອງ UNODC ຫວ່າງມໍ່ໆມານີ້ທີ່ມີຫົວຂໍ້ວ່າ: ຄາຊີໂນ, ການຟອກເງິນ, ທະນາຄານໃຕ້ດິນ ແລະ ອາຊະຍາກຳຂ້າມຊາດໃນອາຊີຕາເວັນອອກ ແລະ ຕາເວັນອອກສຽງໃຕ້ ໄດ້ເປີດເຜີຍໃຫ້ເຫັນເຖິງການເພີ່ມຂຶ້ນ ຂອງການສໍ້ໂກງທາງໄຊເບີ ໂດຍກຸ່ມອາຊະຍາກຳຂ້າມຊາດໃນອາຊີຕາເວັນອອກສຽງໃຕ້.

ກຸ່ມອາຊະຍາກຳຂ້າມຊາດໃນເຂດພາກພື້ນມັກຈະດຳເນີນທຸລະກິດຢ່າງອົງອາດ, ບາງຄັ້ງກໍ່ຕັ້ງເປັນວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ ຫຼື ແມ່ນແຕ່ອົງການການກຸສົນ. ການເຄື່ອນໄຫວຂອງເຂົາເຈົ້າໄດ້ເກີດມີການພົວພັນຫຼາຍຂຶ້ນ, ສົ່ງຜົນໃຫ້ມີການຂະຫຍາຍຕົວຂອງອາຊະຍາກໍາທາງໄຊເບີຕ່າງໆ, ລວມທັງການໂຈມຕີແຣນຊັມແວ (ລະບົບການລ໋ອກໄຟລ໌), ການສໍ້ໂກງທີ່ກ່ຽວຂ້ອງກັບເງີນຄຼິບໂຕ, ແລະການຂູດຮີດເດັກນ້ອຍທາງອອນລາຍ.

ທ່ານ ເຈມ ກ່າວວ່າ “ໃນຂະນະທີ່ກິດຈະກໍາເຫຼົ່ານີ້ບໍ່ແມ່ນສິ່ງໃຫມ່ທັງໝົດ, ການນໍາໃຊ້ເຕັກໂນໂລຊີທີ່ພົ້ນເດັ່ນຂື້ນໃນຄວາມພະຍາຍາມທາງອາຊະຍາກຳແມ່ນແຜ່ຂະຫຍາຍອອກໄປ,”. “ດ້ວຍການເຕີບໃຫຍ່ຂອງປັນຍາປະດິດ ແລະ ເຕັກໂນໂລຊີທີ່ພົ້ນເດັ່ນຂື້ນ, ຄວາມພະຍາຍາມການຮ່ວມມືລະຫວ່າງລັດຖະບານ ແລະ ບໍລິສັດ ແມ່ນມີຄວາມຈໍາເປັນ ເພື່ອຮັບປະກັນການນໍາໃຊ້ເຕັກໂນໂລຊີທີ່ປອດໄພ ແລະ ມີຄວາມຮັບຜິດຊອບ.”

  • ການເທົ່າທຽມກັນໃນດ້ານເຕັກໂນໂລຊີ

ເຖິງວ່າຈະມີການເພີ່ມຂຶ້ນຢ່າງຫຼວງຫຼາຍໃນການເຂົ້າເຖິງອິນເຕີເນັດໃນທົ່ວອາຊີຕາເວັນອອກສຽງໃຕ້, ການຕັດແຍກກັນທາງດິຈິຕອນຢ່າງຮຸນແຮງຍັງຄົງຢູ່, ໂດຍຈໍາກັດການເຂົ້າເຖິງ ແລະ ໂອກາດສໍາລັບຫຼາຍໆຄົນ. ໂດຍສະເພາະແມ່ນການສະແດງໃຫ້ເຫັນມີໜ້ອຍຂອງ ແມ່ ຍິງ, ເຊິ່ງກວມເອົາພຽງແຕ່ 35% ຂອງກໍາລັງແຮງງານເຕັກໂນໂລຊີໃນພາກພື້ນ.

ທ່ານ ສຸຈານາດ ຍອດອິນ, ຜູ້ຊ່ວຍໂຄງການທີມງານຕ້ານອາຊະຍາກໍາທາງໄຊເບີຂອງ UNODC, ໄດ້ເນັ້ນບັນຫາສິ່ງທ້າທາຍຂອງການສ້າງຄວາມເທົ່າທຽມກັນດ້ານເຕັກໂນໂລຊີ, ໂດຍສະເພາະກ່ຽວກັບຄວາມຮຸນແຮງທາງເພດ. ທ່ານ ຍອດອິນ ໄດ້ກ່າວວ່າ “ການໃຊ້ຄວາມຮຸນແຮງ ທາງເພດ.

ໂດຍສວຍໃຊ້ສິ່ງອຳນວຍຄວາມສະດວກດ້ານເຕັກໂນໂລຊີໄດ້ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້. “ນີ້ຊີ້ໃຫ້ເຫັນເຖິງຄວາມຈໍາເປັນອັນຮີບດ່ວນ ເພື່ອປົກປ້ອງ ແລະ ສົ່ງເສີມສິດທິຂອງແມ່ຍິງໃນຍຸກດິຈິຕອນ.”

ທ່ານ ເມວ ມິກຼິໂນ (Mel Migriño), ຜູ້ອໍານວຍການພາກພື້ນອາຊີຕາເວັນອອກສຽງໃຕ້, ໃນແອບໂກໂກລູ໋ກ (Gogolook) ໄດ້ກ່າວວ່າ ການປິດຄວາມບໍ່ສະເໝີພາບນີ້ຮຽກຮ້ອງໃຫ້ມີຄວາມພະຍາຍາມປະສານງານລະຫວ່າງລັດຖະບານ, ບໍລິສັດດ້ານເຕັກໂນໂລຊີ, ແລະສັງຄົມມວນຊົນ. “ມັນເປັນສິ່ງສໍາຄັນທີ່ຈະສົ່ງເສີມຄວາມກ້າວໜ້າທາງດ້ານດິຈິຕອນໃນຂະແໜງເຕັກໂນໂລຊີ, ການຂະຫຍາຍການເຂົ້າເຖິງເຕັກໂນໂລຊີ, ແລະການຮັບປະກັນວ່າຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ເປັນປະໂຫຍດຕໍ່ທຸກໆພາກສ່ວນຂອງສັງຄົມ.”

ນີ້ລວມມີການຊຸກຍູ້ໃຫ້ແມ່ຍິງ ແລະ ກຸ່ມ LGBTIQ+ ໄດ້ມີຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ, ແລະ ຄະນິດສາດ (STEM), ຄຽງຄູ່ກັບໂຄງການໃຫ້ຄໍາປຶກສາ ແລະ ການໂຄສະນາປູກຈິດສໍານຶກ, ເພື່ອສ້າງສະພາບແວດລ້ອມເຕັກໂນໂລຊີທີ່ເທົ່າທຽມກັນຫຼາຍຂຶ້ນ.

  • ສິດທິມະນຸດ ແລະ ເສລີພາບໃນການປາກເວົ້າ

ໄພຂົ່ມຂູ່ທີ່ເກີດຂື້ນ ດ້ວຍເຕັກໂນໂລຊີຂະຫຍາຍໄປສູ່ສິດທິມະນຸດ ແລະ ເສລີພາບໃນການປາກເວົ້າ. ເຊັ່ນການເຊັນເຊີອອນລາຍ, ບາງຂໍ້ມູນ ທີ່ເຈົ້າໜ້າທີ່ຈໍາກັດການເຂົ້າເຖິງ ຫຼື ຂັດຂວາງການອອກຫາງສຽງທີ່ບໍ່ເຫັນດີນໍາ, ຊີ້ໃຫ້ເຫັນເຖິງຄວາມຈໍາເປັນໃນການປົກປ້ອງສິດເສລີພາບທາງອິນເຕີເນັດ ແລະ ຕ້ານການເຊັນເຊີ ແລະ ການຂົ່ມຂູ່ນັກຂ່າວ ແລະ ຊ່ຽວຊານດ້ານສື່ມວນຊົນ.

ອີງຕາມມາດຕາ 19 ຂອງຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ, “ທຸກຄົນມີສິດເສລີໃນການອອກຄວາມຄິດເຫັນ ແລະ ການສະ ແດງອອກ; ສິດທິນີ້ລວມເຖິງສິດເສລີພາບໃນການສະແດງຄວາມຄິດເຫັນ ໂດຍບໍ່ມີການແຊກແຊງ ແລະ ຊອກຄົ້ນ, ຮັບເອົາ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ແລະ ແນວຄວາມຄິດຜ່ານສື່ຕ່າງໆ ໂດຍບໍ່ມີພົມແດນ. ຕ້ອງມີຄວາມພະຍາຍາມເພື່ອປົກປັກຮັກສາຫຼັກການສິດທິມະນຸດ ແລະ ຮັບປະກັນວ່າ ທຸກຄົນສາມາດສະແດງອອກດ້ວຍຕົນເອງຢ່າງເສລີ ແລະ ບໍ່ມີຄວາມຢ້ານກົວຕໍ່ການແກ້ແຄ້ນໃນຍຸກດິຈິຕອນ.”

ທ່ານ ສຸຈານາດ ຍອດອິນ ໄດ້ຍົກໃຫ້ເຫັນບົດບາດຂອງອິນເຕີເນັດ ໃນໂອກາດການສຶກສາ ແລະ ການແຜ່ກະຈາຍຂອງຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ. ທ່ານ ຍອດອິນ ຍັງໄດ້ກ່າວວ່າ “ອິນເຕີເນັດ ໄດ້ປະຕິວັດວິທີການໃຫ້ຜູ້ຄົນພົວພັນກັນ ແລະ ເຂົ້າເຖິງຂໍ້ມູນ”. “ແນວໃດກໍ່ຕາມ, ມັນຍັງໄດ້ເລັ່ງການແຜ່ກະຈາຍຂອງຂໍ້ມູນແບບຜິດໆ, ຂໍ້ມູນປອມແປງ, ແລະ ໃຊ້ຄໍາເວົ້າທີ່ກຽດຊັງ.”

  • ຄໍາແນະນໍາສໍາລັບລັດຖະບານ

ໜຶ່ງໃນຂໍ້ຄວາມຫຼັກຂອງການໂຄສະນາ ແມ່ນລັດຖະບານມີບົດບາດສໍາຄັນໃນການແກ້ໄຂສິ່ງທ້າທາຍທີ່ເກີດມາຈາກການນຳໃຊ້ເຕັກໂນໂລຊີທີ່ບໍ່ຖືກຕ້ອງ.

ທ່ານ ເຈມ ໄດ້ກ່າວວ່າ “ລັດຖະບານ ມີບົດບາດສຳຄັນໃນການຊຸກຍູ້ຄວາມເປັນເອກະພາບ, ປົກປ້ອງສິດທິມະນຸດ, ແລະ ຕ້ານການໃຫ້ຂໍ້ມູນ ທີ່ຜິດໆໃນໂລກດິຈິຕອນ”

ທ່ານ ໄດ້ກ່າວຕື່ມວ່າ, ເພື່ອບັນລຸເປົ້າໝາຍດັ່ງກ່າວ, ມັນຈຳເປັນສຳລັບລັດຖະບານ ໃນການປະຕິບັດຍຸດທະສາດຮອບດ້ານ. ນີ້ລວມມີການບັງຄັບໃຊ້ນະໂຍບາຍດິຈິຕອນທີ່ຕອບສະໜອງຕໍ່ບົດບາດຍິງຊາຍ, ການປັບປຸງການເຂົ້າເຖິງເຕັກໂນໂລຊີ, ແລະ ການລົງທຶນໃນການຝຶກອົບຮົມທັກສະດິຈິຕອນ.

ນອກຈາກນັ້ນ, ການແກ້ໄຂຄວາມຮຸນແຮງຕໍ່ທາງເພດ ໂດຍຜ່ານລະບົບການລາຍງານການລ່ວງລະເມີດທາງອອນລາຍ ແລະ ການຝຶກອົບຮົມດ້ານຄວາມປອດໄພແມ່ນສໍາຄັນທີ່ສຸດ. ທ່ານ ເຈມ ຍັງໄດ້ກ່າວວ່າ “ການຍຶດຖືເສລີພາບໃນການສະແດງຄວາມຄິດເຫັນ ຮຽກຮ້ອງໃຫ້ມີການສົ່ງເສີມຄວາມຮູ້ທາງດ້ານດິຈິຕອນ ແລະ ຮັບປະກັນຄວາມໂປ່ງໃສ ໃນຂະບວນການປົກຄອງ”.

  • ຄໍາແນະນໍາສໍາລັບສາທາລະນະ

ຂໍ້ຄວາມໂຄສະນາທີ່ສໍາຄັນອີກອັນໜຶ່ງຕໍ່ສາທາລະນະແມ່ນຄວາມຮັບຜິດຊອບລວມຂອງພວກເຮົາທຸກຄົນ ທີ່ຈະປະກອບສ່ວນເຂົ້າໃນສະພາບແວດລ້ອມອອນລາຍ ທີ່ປອດໄພກວ່າ ແລະ ເທົ່າທຽມກັນຫຼາຍຂຶ້ນ.

ທ່ານ ທີຕິຣັດ ທິບສຳຣິດກູນ, ຈາກມະຫາວິທະຍາໄລ ທຳມະສາດ, ກ່າວວ່າ “ຕົວຢ່າງຂອງການຄົມຂູ່ທາງໄຊເບີ, ການລ່ວງລະເມີດ, ແລະ ການໃຊ້ຄໍາເວົ້າທີ່ກຽດຊັງສາມາດສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງບຸກຄົນຢ່າງຊັດເຈນ ແລະ ຂັດຂວາງການມີພື້ນທີ່ສາທາລະນະທາງສື່ອອນລາຍທີ່ປະຊາຊົນສາມາດແບ່ງປັນຄວາມຄິດເຫັນທີ່ແຕກຕ່າງກັນໄດ້ຢ່າງເປີດເຜີຍ” ໂດຍເນັ້ນໜັກເຖິງອິດທິພົນຂອງການອອກແບບເວລີຕໍ່ພືດຕິກຳຂອງຜູ້ຊົມໃຊ້ ແລະ ຄວາມສົນໃຈຂອງສາທາລະນະ.

ທ່ານ ທີຕິຣັດ ໄດ້ກ່າວວ່າ: “ເພື່ອຕໍ່ຕ້ານກັບບັນຫາເຫຼົ່ານີ້ ແລະ ສ້າງພື້ນທີ່ອອນລາຍທີ່ປອດໄພກວ່າເກົ່າ, ເວທີຕ່າງໆຕ້ອງຮັກສາໃຫ້ມີວັດທະນະທຳທີ່ສະເໝີພາບກັນ ເພື່ອເຄົາລົບສິດທິຂອງຄົນອື່ນ ແລະ ສົ່ງເສີມຄວາມເທົ່າທຽມກັນ”.

ທ່ານ ໂຈຊົວ ເຈມ ໄດ້ຮຽກຮ້ອງໃຫ້ປະຊາຊົນລາຍງານຢ່າງຈິງຈັງຕໍ່ບັນຫາການລ່ວງລະເມີດໃດໆ ທີ່ພວກເຂົາພົບຢູ່ໃນສື່ອອນລາຍ. “ການລາຍງານການເຄື່ອນໄຫວທາງສື່ອອນລາຍທີ່ຜິດກົດໝາຍ ແມ່ນສ່ວນໜຶ່ງທີ່ສໍາຄັນທີ່ສຸດຂອງຂະບວນການນີ້ . ພວກເຮົາຊຸກຍູ້ໃຫ້ພວກທ່ານລາຍງານສິ່ງຕ່າງໆທີ່ທ່ານພົບເຫັນທາງສື່ອອນລາຍ, ແລະຖ້າທ່ານເຊື່ອວ່າພວກເຂົາເຮັດຜິດກົດໝາຍ, ໃຫ້ພະຍາຍາມລາຍງານຕໍ່ເຈົ້າໜ້າທີ່ປະຕິບັດກົດໝາຍໃນເຂດທ້ອງຖິ່ນຂອງທ່ານ”

ສຶກສາເພີ່ມເຕີມກ່ຽວກັບແຄມເປນໄດ້ທີ່ນີ້: https://bit.ly/4cW1gNk #TechSafeSpace

 

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...