Homeຂ່າວພາຍ​ໃນຄວາມຄືບໜ້າ ໂຄງການກໍສ້າງເສັ້ນທາງລົດເມ BRT

ຄວາມຄືບໜ້າ ໂຄງການກໍສ້າງເສັ້ນທາງລົດເມ BRT

Published on

ຈາກການໃຫ້ສຳພາດຂອງທ່ານ ຄຳພັນ ວັດທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ລາຍງານສະພາບການກໍ່ສ້າງເສັ້ນທາງລົດເມດ່ວນ BRT ຜ່ານລາຍການວິທະຍຸ ຂັບຂີ່ປອດໄພ ວັນທີ 12 ກໍລະກົດ 2024 ວ່າ: ປັດຈຸບັນນີ້, ອີງໃສ່ການຈັດຕັ້ງປະຕິບັດໂຄງການທາງ, ພວກເຮົາໄດ້ລົງມືເຮັດມາໄດ້ໄລຍະໜຶ່ງແລ້ວ, ຈຸດກໍ່ສ້າງມີໄລຍະທາງ 13 ກິໂລ.

อาจเป็นรูปภาพของ 1 คน และ ข้อความ

ນັບແຕ່ສວນເຈົ້າຟ້າງຸ່ມ ຫາ ມະຫາວິທະຍາໄລແຫ່ງຊາດ, ໃນການກໍ່ສ້າງແບ່ງເປັນ 2 ຊ່ວງຄື: ຊ່ວງ 1 ນັບແຕ່ສວນເຈົ້າຟ້າງຸ່ມ(ບໍລິເວນຂ້າງ ໂຮງແຮມ Somerset) ຫາ ປະຕູໄຊ, ຊ່ວງທີ 2 ປະຕູໄຊ(ໜ້າໂຮງຮຽນສິນໄຊ) ຫາ ມຊ. ເຊິ່ງການກໍ່ສ້າງຊ່ວງທີ 1 ເລີ່ມຕັ້ງແຕ່ເດືອນມິຖຸນາເປັນຕົ້ນມາ.

อาจเป็นรูปภาพของ 1 คน และ ข้อความ

ສຳລັບ, ການກໍ່ສ້າງໂຄງການດັ່ງກ່າວມີສະຖານີຂຶ້ນ-ລົງທັງໝົດ 27 ຈຸດ, ນອກນີ້ຈະມີການຕິດຕັ້ງໄຟຈະລາຈອນ 41 ຈຸດໃນຂອບເຂດໂຄງການທີ່ລົດເມແລ່ນຜ່ານ ບໍລິເວນທາງຂົບ, ທາງແຍກ, ເພື່ອອຳນວຍຄວາມສະດວກໃຫ້ລົດເມ ໄດ້ເດີນທາງສະດວກ, ວ່ອງໄວ, ໂດຍບໍ່ຕ້ອງໃຊ້ເວລາລໍຖ້າດົນ.

อาจเป็นรูปภาพของ 5 คน, รถลาก, รถไฟ และ ข้อความพูดว่า "อิดผมตอบ 50 P6 P612.45 12.45"

ການນຳໃຊ້ເສັ້ນທາງລົດເມນີ້, ບໍ່ໄດ້ເປີດນຳໃຊ້ສະເພາະລົດເມຢ່າງດຽວເທົ່ານັ້ນ, ແຕ່ລົດສຸກເສີນ, ລົດການນຳຕ່າງໆ ກໍສາມາດນຳໃຊ້ເສັ້ນທາງນີ້ໄດ້. ສ່ວນລົດທົ່ວໄປກໍສາມາດນຳໃຊ້ໄດ້ ແຕ່ຈະໃຊ້ໄດ້ໃນບາງເວລາທີ່ກຳນົດໃຫ້ເທົ່ານັ້ນ.

อาจเป็นรูปภาพของ 1 คน, รถพยาบาล และ ข้อความ

ນອກນີ້, ທ່ານຍັງໄດ້ຝາກເຖິງຜູ້ນຳໃຊ້ລົດ-ໃຊ້ຖະໜົນທຸກທ່ານ ໃຫ້ລະມັດລະວັງ ແລະ ສັງເກດສັນຍານດ ປ້າຍເຕືອນ ບໍລິເວນໃກ້ເຂດກໍ່ສ້າງໂຄງການດັ່ງກ່າວ, ເພື່ອປ້ອງກັນການເກີດອຸບັດຕິເຫດ.

ຂໍ້ມູນ: ລາຍການວິທະຍຸ ຂັບຂີ່ປອດໄພ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...