spot_img
Homeຂ່າວພາຍ​ໃນເສຍຫາຍ 845 ລ້ານກວ່າກີບ ຈາກອຸບັດຕິເຫດ 41 ຄັ້ງ ທີ່ເມືອງສິງ

ເສຍຫາຍ 845 ລ້ານກວ່າກີບ ຈາກອຸບັດຕິເຫດ 41 ຄັ້ງ ທີ່ເມືອງສິງ

Published on

ຕາມການໃຫ້ຂໍ້ມູນຂອງ ກອງຕຳຫຼວດຈາລະຈອນ-ມອດໄຟ ກອງບັນຊາການ ປກສ ເມືອງສີງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ນັບແຕ່ວັນທີ 01 ມັງກອນ ຫາ ວັນທີ 30 ມີຖຸນາ 2024 ທົ່ວເມືອງສິງ ມີອຸບປະຕິເຫດເກີດຂື້ນທັງໝົດ 41 ລາຍ. ໃນນັ້ນ, ລົດໃຫຍ່ຕໍາລົດໃຫຍ່ 04 ລາຍ, ລົດໃຫຍ່ຕໍາລົດຈັກ 08 ລາຍ, ລົດຈັກຕໍາລົດຈັກ 23 ລາຍ, ລົດຈັກຕຳລົດຖີບ 01 ລາຍ, ລົດຈັກຕຳຄົນຍ່າງ 03 ລາຍ ລົດຈັກຕຳລົດສາມລໍ້ 01 ລາຍ ແລະ ລົດເຄນໄຫຼທັບຄົນເສຍຊິດວິດ 01 ລາຍ, ສາມາດແກ້ໄຂຄະດີແລ້ວ 34 ລາຍ ແລະ ພວມດຳເນີນຢູ່ 07 ລາຍ. ອຸບັດຕິເຫດຄັ້ງນີ້, ເຮັດໃຫ້ມີພາຫະນະເປ່ເພທັງໝົດ 75 ຄັນ, ມີຄົນໄດ້ຮັບບາດເຈັບ 87 ຄົນ, ຍີງ 27 ຄົນ, (ຄົນຕ່າງປະເທດ 02 ຄົນ) ແລະ ເສຍຊິວິດ 04 ຄົນ, ສ້າງຄວາມເສຍຫາຍທັງໝົດ 845 ລ້ານກວ່າກີບ.

อาจเป็นรูปภาพของ 4 คน, รถไฟ, รถยนต์ และ ถนน

ຮອ ຄຳເປົ່າ ອ່ອນແສງສີ ຫົວໜ້າກອງຕຳຫຼວດຈາລະຈອນ-ມອດໄຟ ປກສ ເມືອງສີງ ໃຫ້ຮູ້ຕື່ມອີກວ່າ: ຄະດີອຸບປະຕິເຫດດັ່ງກ່າວ ຖ້າທຽບໃສ່ 06 ເດືອນ ທ້າຍປີ 2023 ເຫັນວ່າ ເພີ່ມຂື້ນ 14 ລາຍ ແລະ ມີຜູ້ເສຍຊິວິດເພີ່ມຂື້ນ 01 ຄົນ. ສາເຫດສ່ວນໃຫຍ່ທີ່ພາໃຫ້ເກີດອຸປະຕິເຫດ ແມ່ນເນື່ອງມາຈາກນັກຂັບຂີ່ ດື່ມສິ່ງມືນເມົາແລ້ວຂັບຂີ່ຍານພາຫະນະ, ແລ່ນໄວເກີນກຳນົດ ແລະ ບໍ່ເຄົາລົບລະບຽບການສັນຈອນ ຕາມທ້ອງຖະໜົນຫຼວງ ແລ້ວຈື່ງພາໃຫ້ເກີດອຸປະຕິເຫດ.

อาจเป็นรูปภาพของ 2 คน, รถจักรยานยนต์, รถยนต์, ถนน และ ข้อความ

ສະນັ້ນ, ຈຶ່ງຢາກຝາກເຖິງຜູ້ຂັບຂີ່ຍານພາຫະນະທຸກປະເພດ ກ່ອນອອກເດີນທາງຕ້ອງໝັ່ນກວດເຊັກສະພາບເຕັກນິກລົດເສຍກ່ອນ, ເມື່ອຂັບຂີ່ກໍໃຫ້ມີສະຕິ, ຄ່ອຍໄປຄ່ອຍມາ ໃຫ້ກຽດເຊິ່ງກັນ ແລະ ກັນ, ພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນ ຕາມທ້ອງຖະໜົນຫຼວງໃຫ້ເຂັ້ມງວດ ເພື່ອຫຼີກລ້ຽງຈາກການເກີດອຸບປະຕິເຫດ.

ຂ່າວ: ສທ ສຸພອນ ສໍປະເສີດ, ຂ່າວ ປກສ ແຂວງຫຼວງນ້ຳທາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...