spot_img
Homeຂ່າວພາຍ​ໃນເລັ່ງທົດແທນຄ່າເສຍຫາຍໃຫ້ປະຊາຊົນ

ເລັ່ງທົດແທນຄ່າເສຍຫາຍໃຫ້ປະຊາຊົນ

Published on

ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ (ນວ) ເລັ່ງຊຸກຍູ້ວຽກງານທົດແທນຄ່າເສຍຫາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ (ກວ) ແຕ່ ສະຖານີໄຟຟ້າ ເພຍລາດ-ສະຖານີໄຟຟ້າ ນາຊາຍທອງ ໃຫ້ສຳເລັດໂດຍໄວ, ເຊິ່ງມີຜູ້ຖືກຜົນກະທົບທັງໝົດ 253 ຄອບຄົວ, ມາຮອດປັດຈຸບັນ, ປະຕິບັດສຳເລັດແລ້ວ 242 ຄອບຄົວ, ຍັງຄ້າງ 11 ຄອບຄົວ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ທ່ານ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນວ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 9 ກໍລະກົດ 2024 ໂດຍທ່ານໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ເກີດຂໍ້ຄົງຄ້າງ ໃນການທົດແທນຜົນເສຍຫາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກວ ແຕ່ສະຖານີໄຟຟ້າ ເພຍລາດ-ສະຖານີໄຟຟ້າ ນາຊາຍທອງ ນວ ທີ່ຍັງຄົງຄ້າງ 11 ຄອບຄົວ, ເຊິ່ງສາເຫດຕົ້ນຕໍເກີດຈາກຜູ້ທີ່ໄດ້ຮັບຜົນກະທົບ ບໍ່ຍອມຮັບເອົາມູນຄ່າທົດແທນຊັບສິນ ທີ່ຄະນະຮັບຜິດຊອບໂຄງການໄດ້ຄິດໄລ່ ວ່າມູນຄ່າຕໍ່າ ແລະ ມີການຮຽກຮ້ອງໃຫ້ທົດແທນເນື້ອທີ່ດິນກ້ອງແລວທັງໝົດ, ໂດຍບໍ່ສອດຄ່ອງຕາມນິຕິກຳ ແລະ ມີບາງຄອບຄົວໄດ້ຮຽກຮ້ອງໃຫ້ທົດແທນແບບຊື້ເອົາໝົດຕອນດິນ, ເຮັດໃຫ້ໂຄງການບໍ່ສາມາດຈ່າຍໄດ້. ສຳລັບວິທີການແກ້ໄຂຈະປຸກລະດົມຂົນຂວາຍ ຄອບຄົວທີ່ຖືກຜົນກະທົບຈາກໂຄງການໃຫ້ມີຄວາມເຂົ້າໃຈ ແລະ ເສຍສະລະປະກອບສ່ວນໃຫ້ແກ່ປະເທດຊາດ.

ไม่มีคำอธิบายรูปภาพ

ທ່ານ ເສີມຄຳ ທຸມມະວົງສາ ຍັງໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກວ ແຕ່ສະຖານີໄຟຟ້າເພຍລາດ-ສະຖານີໄຟຟ້ານາຊາຍທອງ ນະຄອນຫຼວງວຽງຈັນ ແມ່ນຊ່ວງຕໍ່ຈາກໂຄງ ການກໍ່ສ້າງສາຍສົ່ງ 500 ກວ ແຕ່ຊຽງຂວາງ-ເພຍລາດ, ເປັນສາຍສົ່ງ 4 ວົງຈອນ ແລະ ສາມາດລຳລຽງກະແສໄຟຟ້າໄດ້ 2.320 ເມກະວັດ, ເຊິ່ງນຳສົ່ງພະລັງງານໄຟຟ້າ ທີ່ຜະລິດຢູ່ເຂດພາກເໜືອ ເປັນຕົ້ນ ເຂື່ອນໄຟຟ້ານ້ຳງື່ມ 4 ທີ່ຈະສຳເລັດໃນປີ 2024, ເພື່ອມາຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢູ່ນະຄອນຫຼວງວຽງຈັນ ໃຫ້ພຽງພໍ ແລະ ສົ່ງຂາຍອອກຕ່າງປະເທດ.

อาจเป็นรูปภาพของ 3 คน และ ต้นไม้

ເລີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2021, ມີຄວາມຍາວທັງໝົດປະມານ 48 ກິໂລແມັດ, ມີຈຸດທີ່ຕັ້ງເສົາທັງໝົດ 123 ຕົ້ນ, ເຊິ່ງແລວສາຍສົ່ງດັ່ງກ່າວ, ໄດ້ຜ່ານຢູ່ 3 ເມືອງ, 16 ບ້ານ, ມີຜູ້ຖືກຜົນກະທົບທັງໝົດ 253 ຄອບຄົວ, ໃນນີ້ຖືກຜົນກະທົບຈຸດຕັ້ງເສົາ 123 ຄອບຄົວ ແລະ ຜົນກະທົບກ້ອງແລວສາຍສົ່ງ 130 ຄອບຄົວ, ມາຮອດປັດຈຸບັນໄດ້ປະຕິບັດສຳເລັດແລ້ວ 242 ຄອບຄົວ ເທົ່າກັບ 95,65% ຂອງຈຳນວນຄອບຄົວທີ່ຖືກຜົນກະທົບທັງໝົດ ແລະ ຍັງຄ້າງ 11 ຄອບຄົວ.

ไม่มีคำอธิบายรูปภาพ

ສຳລັບຄອບຄົວທີ່ຖືກຜົນກະທົບດັ່ງກ່າວ ຢູ່ເມືອງສັງທອງ 8 ບ້ານ, ມີທັງໝົດ 164 ຄອບຄົວ ແກ້ໄຂສໍາເລັດ 100%; ເມືອງ ສີໂຄດຕະບອງ ຖືກຜົນກະທົບ 1 ບ້ານ, ມີ 4 ຄອບຄົວ, ແກ້ໄຂສໍາເລັດ 100%; ເມືອງນາຊາຍທອງ 6 ບ້ານ, ມີ 85 ຄອບຄົວ, ແກ້ໄຂສຳເລັດ 74 ຄອບຄົວ, ເທົ່າກັບ 87,06% ຍັງຄົງຄ້າງ 11 ຄອບຄົວ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...