Homeຂ່າວພາຍ​ໃນແຜ່ນດິນໄຫວ 2,2 ຣິກເຕີ ບໍລິເວນບ້ານນໍ້າລຽບ ເມືອງໄຊຍະບູລີ

ແຜ່ນດິນໄຫວ 2,2 ຣິກເຕີ ບໍລິເວນບ້ານນໍ້າລຽບ ເມືອງໄຊຍະບູລີ

Published on

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານການ ເກີດແຜ່ນດິນໄຫວໃນຂອບເຂດທົ່ວປະເທດ ໃນວັນທີ 9 ກໍລະກົດ 2024 ເວລາ 02:55 ໂມງ, ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນ ຈໍານວນ 1 ຄັ້ງ, ໃນບໍລິເວນແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 19.169°N ແລະ ເສັ້ນແວງທີ 101.622°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.2 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 1 ກິໂລແມັດ (Km) ຈຸດສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນບ້ານນໍ້າລຽບ ເມືອງໄຊຍະບູລີ, ແຂວງໄຊຍະບູລີ ຫ່າງຈາກເທດສະບານເມືອງໄຊຍະບູລີ ປະມານ 15 ກິໂລແມັດ,ສ່ວນເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

May be an illustration of map and text

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...