Homeນານາສາລະມັກເປັນຮ້ອນໃນໃຫ້ລະວັງ ສ່ຽງເປັນມະເຮັງໃນໂຜ້ງປາກ

ມັກເປັນຮ້ອນໃນໃຫ້ລະວັງ ສ່ຽງເປັນມະເຮັງໃນໂຜ້ງປາກ

Published on

ຫຼາຍໆຄົນອາດຈະເຄີຍເປັນຮ້ອນໃນ, ບາງເທື່ອເດືອນໜຶ່ງເປັນ 2-3 ເທື່ອກໍມີ, ທຸກຄົນຈະຮູ້ຫຼືບໍວ່າ: ການທີ່ມັກເປັນຮ້ອນໃນຕະຫຼອດ, ອາດເປັນສັນຍານເຕືອນວ່າ: ເຮົາອາດຈະສ່ຽງເປັນມະເຮັງໃນໂຜ້ງປາກ, ມື້ນີ້ລາວໂພສໄດ້ນຳຂໍ້ມູນມາໃຫ້ອ່ານໄປນຳກັນ.

1. ເປັນຕຸ່ມຮ້ອນໃນມີລັກສະນະເປັນສີແດງ, ຂາວ, ບວມໆເປັນກ້ອນ.

2. ອາການຮ້ອນໃນບໍ່ດີຂຶ້ນພາຍໃນ 2-3 ອາທິດ.

3. ບາດແຜຈະໃຫຍ່ຂຶ້ນ, ບວມ, ເປັນກ້ອນໃຫຍ່, ມີອາການປວດ.

4. ເລືອດອອກໃນໂຜ້ງປາກ ໂດຍທີ່ບໍ່ຮູ້ສາເຫດ

5. ເວລາຫຍໍ້າ, ອ້າປາກ, ກືນອາຫານລຳບາກ, ເວລາເວົ້າສຽງຈະປ່ຽນໄປ, ມີອາການເຈັບໃນຫູ ແລະ ນໍ້າໜັກຕົວຫຼຸດລົງຢ່າງວ່ອງໄວ.

  • ການປ້ອງການຄວາມສ່ຽງ ການເປັນ ”ມະເຮັງໂຜ້ງປາກ” ຈະຕ້ອງເຮັດແນວໃດ

1. ຫຼີກລ່ຽງການປະພຶດທີ່ເຮັດໃຫ້ໂຜ້ງປາກມີການລະຄາຍເຄື່ອງເຊັ່ນ: ການດື່ມເຫຼົ້າ, ສູບຢາ.

2. ກິນອາຫານປະເພດຜັກ ແລະ ໝາກໄມ້ຫຼາຍຊະນິດ

3. ຮັກສາສຸຂະພາບປາກ, ແຂ້ວໃຫ້ສະອາດຢູ່ສະເໝີ, ຫາກມີອາການຜິດປົກກະຕິໃຫ້ຮີບໄປພົບແພດ.

ຂໍ້ມູນ: chulalongkornhospital

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...