spot_img
Homeຂ່າວຕ່າງປະເທດປ້າສຸດມຶນ! ເປີດປະຕູສຸກເສີນເທິງເຮືອບິນ ເພາະຄິດວ່າເປັນປະຕູຫ້ອງນ້ຳ

ປ້າສຸດມຶນ! ເປີດປະຕູສຸກເສີນເທິງເຮືອບິນ ເພາະຄິດວ່າເປັນປະຕູຫ້ອງນ້ຳ

Published on

ເວັບໄຊ້ຂ່າວຕ່າງປະເທດລາຍງານໃນວັັນທີ 8 ກໍລະກົດ 2024 ນີ້ກ່ຽວກັບເຫດການຄວາມວຸ່ນວາຍໃນຖ້ຽວບິນ CA2754 ຂອງສາຍການບິນ ແອຊາຍນ່າ ທີ່ມີກຳນົດໃນການເດີນທາງຈາກ ສະໜາມບິນສູໂຈໄປເຊີນຕູ ຕ້ອງຖືກຍົກເລີກຖ້ຽວບິນ ຫຼັງປ້າຊາວຈີນຄົນໜຶ່ງໄດ້ເປີດປະຕູສຸກເສີນອອກ ເພາະຄິດວ່າເປັນປະຕູຫ້ອງນ້ຳ ເຮັດໃຫ້ສະໄລ້ສຸກເສີນກາງອອກ.

ຕາມການລາຍງານເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 4 ກໍລະກົດ 2024 ເຮັດໃຫ້ຜູ້ໂດຍສານທີ່ຢູ່ໃນເຮືອບິນແຕກຕື່ນ ແລະ ທາງສາຍການບິນຕ້ອງໄດ້ຍົກເລີກຖ້ຽວບິນ ຂະນະດຽວກັນທາງສຳນັກງານຄວາມປອດໄພສາທາລະນະຂອງສະໜາມບິນສູໂຈ ອອມາຢືນຢັນວ່າ: ນີ້ເປັນຄັ້ງທຳອິດທີ່ປ້າຄົນດັ່ງກ່າວຂຶ້ນເຮືອບິນ.

ຢ່າງໃດກໍຕາມພາຍຫຼັງຍົກເລີກຖ້ຽວບິນດັ່ງກ່າວ ທາງສາຍການບິນໄດ້ຈ່າຍຄ່າຊົດເຊີຍຫ້ອງພັກໃຫ້ກັບຜູ້ໂດຍສານທຸກຄົນ ຖືກຄົນລະ 400 ຢວນ ຫຼື ປະມານເກືອບ 1,500,000 ກີບ. ຕາມການລາຍງານຍັງເປີດເຜີຍອີກວ່າ: ຄ່າຊົດເຊີຍທີ່ຜູ້ໂດຍສານລາຍນີ້ຕ້ອງໄດ້ຈ່າຍອາດສູງເຖິງ 100,000-200,000 ຢວນ ຫຼື ປະມານ 700 ລ້ານກີບ ຂຶ້ນຢູ່ກັບປະເພດຂອງເຮືອບິນ.

ທີ່ມາ: ຂ່າວສົດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...