spot_img
Homeຂ່າວພາຍ​ໃນກັກຜູ້ຖືກຫາ 4 ຄົນ ພ້ອມຂອງກາງ 19,306 ເມັດ

ກັກຜູ້ຖືກຫາ 4 ຄົນ ພ້ອມຂອງກາງ 19,306 ເມັດ

Published on

ໃນວັນທີ 22 ພຶດສະພາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ຈະມີການຊື້-ຂາຍຢາເສບຕິດຢູ່ເຂດບ້ານຕານ, ເມືອງທ່າແຂກ, ແຂວງຄຳມ່ວນ, ພາຍຫຼັງໄດ້ຮັບການລາຍງານ ທາງເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ນຳກຳລັງລົງກວດກາຕິດຕາມສະຖານທີ່ດັ່ງກ່າວ.

ຕໍ່ມາຮອດເວລາ 15 ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ພົບເຫັນເປົ້າໝາຍ ຈຳນວນ 2 ຄົນເຂົ້າມາຊື້-ຂາຍຢາເສບຕິດ ຢູ່ເຮືອນແຫ່ງໜຶ່ງ ພາຍໃນບ້ານ ດັ່ງກ່າວ, ດັ່ງນັ້ນທາງເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າກັກຕົວເປົ້າໝາຍໄດ້ 3 ຄົນ ພ້ອມຢືດຂອງກາງປະເພດຢາບ້າໄດ້ທັງໝົດຈຳນວນ 8 ມັດ ແລະ 3.306 ເມັດ ລວມເປັນ 19.306 ເມັດ ທີ່ຊຸກເຊື່ອງໄວ້ໃນເຮືອນຫຼັງດັ່ງກ່າວ.

ຜ່ານການສືບສວນ-ສອບສວນຂອງ ຈຶ່ງຮູ້ວ່າ : ຜູ້ຖືກຫາຊື່ ທ້າວ ທອງສະຫວັນ (ເຈົ້າຂອງເຮືອນ ) ອາຍຸ 49 ປີ, ປະຊາຊົນ ຢູ່ ບ້ານຕານ, ທ້າວ ອຸດົມສັກ, ອາຍຸ 40 ປີ, ປະຊາຊົນ ຢູ່ບ້ານ ຈອມທອງ ແລະ ທ້າວ ຄຳສະຫວັນ, ຢູ່ບ້ານ ໂພນສະອາດ ທັງສາມຄົນຢູ່ເມືອງທ່າແຂກ, ແຂວງຄຳມ່ວນ. ນອກນັ້ນ, ທ້າວ ທອງສະຫວັນ ຍັງຮັບສາລະພາບຕື່ມອີກວ່າ : ຢາບ້າຈຳນວນດັ່ງກ່າວ ທີ່ຜູ້ກ່ຽວຊຸກ ເຊື່ອງໄວ້ໃນເຮືອນ ແມ່ນໄດ້ຊື້ມາຈາກ ທ້າວ ອ໋ອດ, ອາຍຸ 29 ປີ, ປະຊາຊົນບ້ານດອນລັບ, ເມືອງຫີນບູນ, ແຂວງຄຳມ່ວນ.

ຕົກມາຮອດວັນທີ 23 ພຶດສະພາທີ່ຜ່ານມາ, ທາງເຈົ້າໜ້າທີ່ ປກສ ເມືອງທ່າແຂກ ສາມາດນຳກັກຕົວທ້າວ ອ໋ອດ ໄດ້ຢູ່ທີ່ ໂຮງແຮມແຫ່ງໜຶ່ງ ພາຍໃນເທສະບານ, ເມືອງທ່າແຂກ, ແຂວງຄຳມ່ວນ. ຜ່ານມາພວກກ່ຽວທັງ 4 ຄົນແມ່ນໄດ້ຖືກຕ້ອງໂທດມາແລ້ວ ໃນຂໍ້ກ່າວຫາການຄ້າຂາຍ ແລະ ເສບຢາເສບຕິດ. ປະຈຸບັນຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິຊາສະເພາະ ຍັງທຳການສືບສວນ – ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: Khammouane News

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...