Homeຂ່າວພາຍ​ໃນມອບ-ຮັບ ໜ້າທີ່ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ

ມອບ-ຮັບ ໜ້າທີ່ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ

Published on

ຕອນບ່າຍວັນທີ 2 ກໍລະກົດ 2024 ນີ້, ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ຈັດພິທີມອບ-ຮັບ ໜ້າທີ່ ເລຂາຄະນະພັກຮາກຖານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເປັນປະທານຂອງ ທ່ານ ສຸກັນ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີ ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ ແລະຫົວໜ້າ-ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ-ນະຄອນ ຫຼວງພະບາງ ເຂົ້າຮ່ວມ.ໃນພິທີ ທ່ານ ສີວອນ ວົງຄຳຈັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການຊີ້ນຳວຽກງານໃນໄລຍະຜ່ານມາ ຍົກໃຫ້ເຫັນບັນດາຜົນສຳເລັດ ຂອງບັນດາຂະແໜງການພາຍໃນພະແນກ, ອັນໄດ້ປະກອບສ່ວນການພັດທະນາເສດຖະກິດຂອງແຂວງນັບມື້ດີຂື້ນ, ເຫັນໄດ້ຈາກການຂະຫຍາຍຕົວຂອງວຽກງານປູກຝັງ-ລ້ຽງສັດ ທີ່ນຳໃຊ້ເຕັກນິກເຂົ້າຊ່ວຍນັບມື້ຫຼາຍຂື້ນ, ພື້ນຖານໂຄງລ່າງດ້ານກະສິກຳ ໄດ້ຮັບການປັບປຸງຍົກລະດັບ ເພື່ອຕອບສະໜອງໃຫ້ແກ່ການຜະລິດ, ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ສາມາດບັນລຸຕາມຄາດໝາຍທີ່ອົງການປົກຄອງແຂວງວາງໄວ້.

ຈາກນັ້ນ ທ່ານ ຄໍາຜູຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ແລະຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຍົກຍ້າຍ- ທ່ານ ສີວອນ ວົງຄຳຈັນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ໄປປະຈຳການຢູ່ສະພາປະຊາຊົນແຂວງຫຼວງພະບາງ ແລະແຕ່ງຕັ້ງ ທ່ານ ບຸນມີ ສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນເລຂາພັກຄະນະພັກຮາກຖານ ແລະເປັນຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ. ໂອກາດນີ້ ໄດ້ຮັບຟັງບົດບັນທຶກການ ມອບ-ຮັບ ໜ້າທີ່ ພ້ອມທັງລົງນາມການມອບ-ຮັບໜ້າທີ່ ຢ່າງເປັນທາງການ, ຕອນທ້າຍ ທ່ານ ສຸກັນ ບຸນຍົງ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ, ພ້ອມກັນຮັບຮູ້ເຖີງການປັບປຸງ ລະບົບກົງຈັກການຈັດຕັ້ງໃນໄລຍະໃໝ່, ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງຂອງວຽກງານແຕ່ລະດ້ານ ໃຫ້ປະສົບຜົນສຳເລັດຕາມທິດທາງ ແລະຄາດໝາຍທີ່ວາງໄວ້, ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຜູ້ຮັບໜ້າທີ່ໃໝ່ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂື້ນ ເພື່ອເຮັດໃຫ້ບັນດາຄາດໝາຍທີ່ໄດ້ກຳນົດໄວ້ ໃນແຕ່ລະຂະແໜງການ ບັນລຸຜົນສຳເລັດຕາມແຜນທີ່ວາງໄວ້.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...