spot_img
Homeຂ່າວຢາເສບຕິດສຶກສາອົບຮົມກຸ່ມມົ້ວສຸມດື່ມຄໍລະເຈນ ແລະ ສູບຢາສູບໄຟຟ້າ ຈຳນວນ 04 ຄົນ

ສຶກສາອົບຮົມກຸ່ມມົ້ວສຸມດື່ມຄໍລະເຈນ ແລະ ສູບຢາສູບໄຟຟ້າ ຈຳນວນ 04 ຄົນ

Published on

ໃນວັນທີ 28 ມີຖຸນາ ຜ່ານມານີ້, ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີສຶກສາອົບຮົມກຸ່ມມົ້ວສຸມດື່ມຄໍລະເຈນ ແລະ ສູບຢາສູບໄຟຟ້າ ຈຳນວນ 04 ຄົນ ແລະ ຜູ້ດັດແປງສະພາບເຕັກນິກລົດ ຈໍານວນ 01 ຄົນ, ຢູ່ທີ່ສູນບໍາບັດຜູ້ຕິດຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ພັທ ບຸນທະວີ ຄໍາວົງສາ ຮອງຫົວໜ້າ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ, ມີວິຊາສະເພາະ, ຊາວໜຸ່ມແຂວງ, ແນວລາວ, ແມ່ຍິງແຂວງ, ນາຍບ້ານ ພ້ອມດ້ວຍຜູ້ປົກຄອງ ແລະ ພວກມົ້ວສຸມດື່ມຄໍລະເຈນ ແລະ ດັດແປງສະພາບເຕັກນິກລົດເຂົ້າຮ່ວມ.

ໃນພິທີ ພັທ ບຸນທະວີ ຄໍາວົງສາ ຮອງຫົວໜ້າຫ້ອງຕຳຫຼວດ ໄດ້ຜ່ານແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 13 ລົງວັນທີ 14 ກັນຍາ 2022 ເລື່ອງການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນ ການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນໍາໃຊ້, ສົ່ງອອກ ພຶດທີ່ມີສານເສບຕິດ ຫຼື ຜະລິດຕະພັນທີ່ມີສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖຶກຕ້ອງຕາມກົດໝາຍ, ຄໍາສັ່ງຂອງອົງການໄອຍະການປະຊາຊົນສູງສຸດ ເລກທີ 066/ອອປສ ລົງວັນທີ 30 ມີນາ 2023 ເລື່ອງການດໍາເນີນຄະດີຕໍ່ການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ ມີໄວ້ໃນການຄອບຄອງ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນເຊັ່ນ: ປຸມເປົ້າອັດແກ໊ສສານໄນຕັດອ່ອກໄຊ, ຢາສູບໄຟຟ້າ – ຊີຊ່າ ( ບາລາກູ ) ແລະ ດໍາລັດ ເລກທີ 568/ລບ ລົງວັນທີ 16 ກັນຍາ 2021 ວ່າດ້ວຍມາດຕະການປັບໃໝ່ ແລະ ມາດຕະການຕໍ່ຜູ່ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ຈຸດປະສົງ, ເພື່ອແນໃສ່ໃຫ້ສອງກຸ່ມເປົ້າໝາຍ ຮັບຮູ້ ແລະ ເຂົ້າໃຈລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ ຈໍາແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງການດື່ມຄໍລະເຈນ,ການສູບຢາສູບໄຟຟ້າ ແລະ ດັດແປງສະພາບເຕັກນິກລົດ ທີ່ເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ, ພ້ອມອະທິບາຍຜົນຮ້າຍຂອງສານຕິດແຕ່ລະປະເພດ ເມື່ອເຂົ້າສູ່ຮ່າງກາຍຂອງຄົນໃຫ້ເຂົ້າເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມກັນຫ່າງໄກຈາກຢາເສບຕິດ.

ຈາກນັ້ນກໍ່ໄດ້ເຮັດບົດບັນທຶກສຶກສາອົບຮົມ ແລະ ມອບໃຫ້ພໍ່ແມ່ຜູ້ປົກຄອງ ນໍາໄປສຶກສາອົບຮົມ ບົ່ມສອນລູກຫລານຂອງຕົນຢູ່ພາຍໃນຄອບຄົວ ເພື່ອເຮັດໃຫ້ເຂົ້າເຈົ້າກາຍເປັນຄົນດີໃນສັງຄົມ, ຮູ້ສໍານຶກຜິດ ແລະ ບໍ່ໃຫ້ກັບມາດື່ມຄໍລະເຈນ,ສູບຢາສູບໄຟຟ້າ ແລະ ດັດແປງສະພາບເຕັກນິກລົດຕື່ມອີກ.

ແຫຼ່ງຂ່າວ: ປກສ ແຂວງໄຊຍະບູລີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...