spot_img
Homeຂ່າວຄວາມສະຫງົບເຈົ້າໜ້າທີ່ລາວ-ຈີນ ຈັບຕົວກຸ່ມສໍ້ໂກງຊັບທາງໂທລະຄົມ (Call Center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ 280 ຄົນ

ເຈົ້າໜ້າທີ່ລາວ-ຈີນ ຈັບຕົວກຸ່ມສໍ້ໂກງຊັບທາງໂທລະຄົມ (Call Center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ 280 ຄົນ

Published on

ໃນວັນທີ 20 ມີຖຸນາ 2024 ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສົມທົບກັບ ກຳລັງປ້ອງກັນຊາດປະຈຳເຂດ, ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ, ໜ່ວຍງານຮັກສາຄວາມປອດໄພເຂດເສດຖະກິດພິເສດສາມຫຼຽມຄຳ ໄດ້ ເຂົ້າຈັບຕົວກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (Call Center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼຽມຄໍາ ເມືອງ ຕົ້ນເຜີ້ງ, ແຂວງ ບໍ່ແກ້ວ ເຊິ່ງຈັບຕົວໄດ້ທັງໝົດ 280 ຄົນ ຍິງ 7 ຄົນ. ພ້ອມດ້ວຍເຄື່ອງຂອງກາງໂທລະສັບມືຖື 1.345 ໜ່ວຍ, ຄອມພິວເຕີ້ຕັ້ງໂຕະ 458 ຊຸດ.

ຈາກນັ້ນ, ໃນວັນທີ 23 ມີຖຸນາ 2024 ກໍ່ໄດ້ມີພິທີ ມອບ-ຮັບ ຄົນສັນຊາດຈີນຈໍານວນດັ່ງກ່າວ ພ້ອມເຄື່ອງຂອງກາງ ໃຫ້ເຈົ້າໜ້າທີ່ຝ່າຍຈີນຢູ່ຊາຍແດນລາວ-ຈີນ ດ່ານບໍ່ເຕັນ-ບໍ່ຫານ ຕ່າງໜ້າຝ່າຍລາວມອບໂດຍ ພັທ ສຸດໃຈ ອິນທອງໄຊ ຮອງພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ຕ່າງໜ້າຝ່າຍຈີນຮັບໂດຍ ພັອ ຈ້າວເຊິ່ງຈຸນ ຫົວໜ້າຫ້ອງການປ້ອງກັນຄວາມສະຫງົບແຂວງກິ່ງສິບສອງປັນນາ ເພື່ອໄປດຳເນີນຄະດີຕາມກົດໝາຍ.

ການລົງແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (Call Center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໃນຄັ້ງນີ້, ກໍເພື່ອເປັນການເຂັ້ມງວດໃນການສະກັດກັ້ນ-ແກ້ໄຂ ປະກົດການຫຍໍ້ທໍ້ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ຫຼຸດລົງເທື່ອລະກ້າວ, ແນໃສ່ເຮັດໃຫ້ສັງຄົມ ກໍຄື ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...