Homeຂ່າວພາຍ​ໃນເລັ່ງແກ້ໄຂໄຟຟ້າ ເມືອງຫາດຊາຍຟອງ ນວ

ເລັ່ງແກ້ໄຂໄຟຟ້າ ເມືອງຫາດຊາຍຟອງ ນວ

Published on

ບັນຫາໄຟຟ້າຕົກ-ໄຟຟ້າບໍ່ພໍ ຫລື ໄຟຟ້າດັບ ໃນບາງເວລາ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເກີດຈາກຫລາຍສາເຫດ ທັງໃນ ແລະ ນອກເຕັກນິກ ເປັນຕົ້ນ ເກີດຈາກໄພທຳມະຊາດ, ເກີດຈາກຄວາມຜິດພາດທາງ ດ້ານເຕັກນິກ (ອຸປະກອນເປ່ເພ) ແລະ ສ່ວນໜຶ່ງເກີດຈາກ ການເພີ່ມຂຶ້ນ ຂອງຈຳນວນຄົວເຮືອນ, ການຊົມໃຊ້ໄຟຟ້າ ຂອງແຕ່ລະຄົວເຮືອນ ເກີນກຳນົດ (ເກີນກຳລັງໝໍ້ແປງ) ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ສູນບໍລິການໄຟຟ້າ ເມືອງຫາດຊາຍຟອງ ພວມເລັ່ງແກ້ໄຂ ເພື່ອໃຫ້ປະຊາຊົນພາຍໃນເມືອງ ໄດ້ຊົມໃຊ້ໄຟຟ້າ ໄດ້ຢ່າງພຽງ ພໍ ແລະ ເປັນປົກກະຕິ.

May be an image of 1 person

ທ່ານ ສຸລິນທອນ ປະທິວັນ ຫົວໜ້າສູນບໍລິການໄຟຟ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ສາເຫດ ທີ່ເຮັດໃຫ້ ໄຟຟ້າຕົກ-ໄຟຟ້າບໍ່ພໍ ຫຼື ໄຟຟ້າດັບໃນບາງເວລາ ຢູ່ເມືອງຫາດຊາຍຟອງ ເກີດມາຈາກຫຼາຍສາເຫດ ເປັນຕົ້ນ, ທາງດ້ານນອກເຕັກນິກ ເກີດຈາກໄພທຳມະຊາດຄື: ໃນລະດູຝົນ ເກີດມີລົມແຮງ, ຝົນຕົກ-ຟ້າຮ້ອງ-ຟ້າຜາ ເຮັດໃຫ້ຕົ້ນໄມ້ຫັກ, ລົ້ມທັບສາຍໄຟ, ເຄືອໄມ້, ດອກກັນໄຟແຕກ, ເສົາລົ້ມ, ສາຍໄຟຂາດ, ກົງເຕີໄໝ້ ແລະ ອື່ນໆ.

May be an image of 1 person

ສ່ວນລະດູຮ້ອນ ສາຍຕາຂ່າຍຂາດ, ບັ້ງຟີວໄໝ້, ເສັ້ນຟີວຂາດ, ກ້ອນຟີວຂາດ, ຂົ້ວຕາຂ່າຍຫລົມ-ຂາດ ແລະ ເກີດຈາກລະບົບໄຟໃນເຮືອນຂອງປະຊາຊົນເອງ (ຊົມໃຊ້ໄຟເກີດກຳນົດ) ເຊິ່ງກວມ 70%. ອີກສ່ວນໜຶ່ງເກີດຈາກການເກີດອຸບັດເຫດ ເຊັ່ນ: ການກໍ່ສ້າງອາຄານ, ລົດຕຳເສົາ, ລົດເກາະສາຍໄຟ ແລະ ເກີດຈາກການປັບປຸງທາງ ໃນຈຸດທີ່ມີສາຍໄຟຝັງດິນ. ສຳລັບດ້ານໃນເຕັກນິກເກີດຈາກອຸປະກອນໄຟຟ້າເປ່ເພ, ເສຍຫາຍ ຕ້ອງໄດ້ດັບໄຟ ເພື່ອສ້ອມແປງ.

May be an image of 1 person

ຢ່າງໃດກໍຕາມ, ເພື່ອເຮັດໃຫ້ປະຊາຊົນ ພາຍໃນເມືອງຫາດຊາຍຟອງ ໄດ້ຊົມໃຊ້ໄຟຟ້າຢ່າງພຽງພໍ ແລະ ເປັນປົກກະຕິ, ສູນບໍລິການໄຟຟ້າ ເມືອງຫາດຊາຍຟອງ ໄດ້ມີແຜນ ການຈັດຕັ້ງປະຕິບັດ ເປັນພາກຕາຂ່າຍ 22 ກິໂລໂວນ ຈະປ່ຽນສາຍຕາຂ່າຍນ້ອຍເປັນໃຫຍ່ ແຕ່ວົງວຽນສົມສະໜຸກ ຫາ ກົງເຕີ ຕໍ່ເຂດບ້ານສົມຫວັງ, ປ່ຽນສາຍຕາຂ່າຍນ້ອຍ ເປັນໃຫຍ່ ແຕ່ວົງວຽນ ສົມສະໜຸກ ຫາ ກົງເຕີຕໍ່ເຂດດອນກອຍ. ພາກຕາຂ່າຍ 0.4 ກິໂລໂວນ ຈະປ່ຽນສາຍຕາຂ່າຍນ້ອຍເປັນໃຫຍ່ ແລະ ເປືອຍເປັນຫຸ້ມ ຢູ່ເຂດບ້ານຖິ່ນເພຍ. ສຳລັບ, ພາກໝໍ້ແປງ 22/0.4 ກິໂລໂວນ ມີແຜນຈະປັບປຸງຍົກກຳລັງໝໍ້ແປງ ແລະ ປ່ຽນໝໍ້ແປງໃຫ້ມີກຳລັງໃຫຍ່ຂຶ້ນ, ປັດຈຸບັນ ໄດ້ຂຶ້ນແຜນປະຕິບັດ ແລະ ຢູ່ໃນຂັ້ນຕອນການຈັດຊື້ ຈຳນວນ 27 ໜ່ວຍ (ສະເພາະເມືອງຫາດຊາຍຟອງ) ແລະ ຈະເສີມໝໍ້ແປງ ໃຫ້ແຕ່ລະບ້ານ ຈຳນວນ 8 ບ້ານ ທີ່ມີຕາຂ່າຍນ້ອຍ ແລະ ໄກຈາກໝໍ້ແປງ ທີ່ເປັນສາເຫດເຮັດໃຫ້ໄຟບໍ່ພໍ (ແຮງດັນຕົກ) ໃຫ້ໄດ້ຊົມໃຊ້ໄຟຟ້າຢ່າງພຽງພໍ.

May be an image of 1 person and tree

ໂອກາດນີ້, ທ່ານ ສຸລິນທອນ ປະທິວັນ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ ໃນເມືອງຫາດຊາຍຟອງ ພ້ອມກັນຊົມໃຊ້ໄຟຟ້າຢ່າງມີສະຕິ, ກວດກາສະພາບເຕັກນິກໄຟຟ້າຢູ່ ໃນເຮືອນຂອງຕົນເອງ ເປັນຕົ້ນ ກວດສາຍໄຟ, ດອກໄຟ ແລະ ອື່ນໆ ໃຫ້ເປັນປະຈຳ, ພ້ອມກັນໃຊ້ໄຟຟ້າຢ່າງປະຢັດ, ມັດທະຍັດ (ຊົມໃຊ້ໄຟຟ້າຕາມກຳນົດ ຫ້າມໃຊ້ໄຟເກີນ) ແລະ ຖ້າເຫັນອຸບັດເຫດເກີດຂຶ້ນ ໂດຍສະເພາະ ຕົ້ນໄມ້ລົ້ມທັບສາຍໄຟ, ກິ່ງໄມ້ ຫລື ງ່າໄມ້ ເດໄປໃສ່ສາຍໄຟ ແລະ ອື່ນໆ ກໍໃຫ້ແຈ້ງໜ່ວຍງານ ກ່ຽວຂ້ອງກໍຄື: ໂທສາຍດ່ວນ 1199 ໄດ້ຕະຫຼອດ 24 ຊົ່ວໂມງ.

ຂ່າວ: ປະເທດລາວ, ທະນູທອງ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...