spot_img
Homeຂ່າວຕ່າງປະເທດມຽນມາທຳລາຍຢາເສບຕິດຄັ້ງໃຫຍ່ ເນື່ອງໃນວັນຕ້ານຢາເສບຕິດໂລກ

ມຽນມາທຳລາຍຢາເສບຕິດຄັ້ງໃຫຍ່ ເນື່ອງໃນວັນຕ້ານຢາເສບຕິດໂລກ

Published on

ອີງຕາມສຳນັກຂ່າວຊິນຫົວລາຍງານໃນວັນທີ 27 ມິຖຸນາ 2024 ຜ່ານມານີ້, ທີມງານຂໍ້ມູນຂ່າວສານຂອງສະພາບໍລິຫານແຫ່ງລັດຂອງມຽນມາໄດ້ລາຍງານການເຜົາທຳລາຍຢາເສບຕິດ ແລະ ສາເຄມີຕັ້ງຕົ້ນທີ່ຍຶດໄດ້ໃນຍ່າງກຸ້ງ ມັນດາເລ ຕອງຈີ ແລະ 20 ເມືອງລວມກັນມີທັງໝົດ 77 ປະເພດ ເນື່ອງໃນໂອກາດວັນຕໍ່ຕ້ານຢາເສບຕິດໂລກ ໃນວັນທີ 26 ມິຖຸນາ 2024 ຂອງທຸກປີ.

ຕາມການລາຍງານລະບຸວ່າ: ຢາເສບຕິດທີ່ຖືກເຜົາທຳລາຍປະກອບມີ: ຝິ່ນ 1,366 ກິໂລກຣາມ, ເຮໂລອິນ 2,175 ກິໂລກຣາມ, ຢາກະຕຸ້ນປະສາດ 239 ລ້ານເມັດ, ຢາໄອສ 23,393 ກິໂລກຣາມ, ກະທ້ອມຜົງ 1,775 ກິໂລກຣາມ, ກັນຊາ 1,257 ກິໂລກຣາມ, ຢາເຄ 4,165 ກິໂລກຣາມ ແລະ ຝິ່ນຜົງ 12 ກິໂລກຣາມ.

ທ່ານພົນເອກ ມິນອ່ອງລາຍ ປະທານສະພາ ກ່າວວ່າ: ມຽນມາກຳລັງປະເຊີນຄວາມທ້າທາຍກ່ຽວກັບການປູກຝິ່ນ ການຜະລິດຢາເສບຕິດ ແລະ ການໃຊ້ຢາເສບຕິດ ຈຶ່ງມີການຈັດຕັ້ງຄະນະກຳມະການກາງເພື່ອຄວບຄຸມການໃຊ້ຢາເສບຕິດຂຶ້ນມາແກ້ໄຂບັນຫາ ແລະ ມຽນມາຍັງເຂົ້າຮ່ວມກິດຈະກຳຕໍ່ຕ້ານຢາເສບຕິດກັບປະເທດເພື່ອບ້ານນຳອີກ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...