Homeຂ່າວພາຍ​ໃນໄຊຍະບູລີ ທຳລາຍຢາເສບຕິດຫຼາຍປະເພດ

ໄຊຍະບູລີ ທຳລາຍຢາເສບຕິດຫຼາຍປະເພດ

Published on

ວັນທີ 26 ມິຖຸນາທີ່ຜ່ານມາ, ປກສ ແຂວງໄຊຍະບູລີ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ປະເພດຢາບ້າ 374,422 ເມັດ, ນໍ້າໜັກ 41,834.4 ກຼາມ; ຢາຝິ່ນ 971.5 ກຼາມ ແລະ ຢາໄອສ໌ 42.1 ກຼາມ, ຢູ່ທີ່ເດີ່ນສະໜາມຫຼວງແຂວງໄຊຍບູລີ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົຈວ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ຮອງປະທານຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ, ມີບັນດາກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ພະແນກການ, ກົມ-ກອງອ້ອມຂ້າງແຂວງ ແລະ ເມືອງ, ສະຖາບັນການສຶກສາ ຕະຫຼອດຮອດອໍານາດການປົກຄອງບ້ານພາຍໃນເທດສະບານເມືອງໄຊຍະບູລີ ເຂົ້າຮ່ວມ.

ພົຈວ ຄໍາແພງ ເພັດ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ພັກ-ລັດຖະບານ, ອົງການປົກຄອງແຂວງໄຊຍະບູລີ ກໍຄືກໍາລັງປ້ອງກັນຄວາມສະຫງົບແຂວງ, ເມືອງ, ການຈັດຕັ້ງທຸກຂັ້ນ ໄດ້ຖືເອົາການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມາສິດໜຶ່ງທີ່ສຳຄັນ ໂດຍສົມທົບຫຼາຍມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວ ເຊັ່ນ: ການລົງໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ມະຕິ, ຄຳສັ່ງ, ຄຳແນະນຳຂອງພັກ-ລັດ ກ່ຽວກັບບັນຫາຢາເສບຕິດ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ ໄດ້ 1,082 ຄັ້ງ, ມີຜູ້ເຂົ້າຮ່ວມ 177,141 ເທື່ອຄົນ, ຍິງ 84,862 ເທື່ອຄົນ; ໄດ້ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາ ໃຫ້ປອດຢາເສບຕິດ ທົ່ວແຂວງ ມີໂຮງຮຽນປອດຢາເສບຕິດ 81 ແຫ່ງ, ບ້ານປອດຢາເສບຕິດ 178 ບ້ານ, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງໃນໂຄງການປູກພືດທົດແທນການປູກຝິ່ນ.

ໃນປີ 2023 ທົ່ວແຂວງ ສາມາດມ້າງລາຍຄະດີໄດ້ 249 ເລື່ອງ, ມີຜູ້ຖືກຫາ 291 ຄົນ, ຍິງ 34 ຄົນ, ຢຶດຢາເສບຕິດປະເພດຢາບ້າ 12,217,594 ເມັດ, ຢາໄອສ໌ 0.6 ກຼາມ, ຢາຝິ່ນ 0.4 ກຼາມ; ໃນປີ 2023 ສານຕັດສິນຄະດີຢາເສບຕິດ ນັບແຕ່ວັນທີ 12 ຕຸລາ 2023 – 26 ມິຖຸນາ 2024 ມີ 311 ເລື່ອງ, ມີນັກໂທດ 402 ຄົນ, ຍິງ 53 ຄົນ, ຢາບ້າ 374,422 ເມັດ, ນໍ້າໜັກ 41,834.4 ກຼາມ, ຢາຝິ່ນ 971.5 ກຼາມ ແລະ ຢາໄອສ໌ 42.1 ກຼາມ ເຊິ່ງຢາເສບຕິດຈຳນວນດັ່ງກ່າວ ໄດ້ນຳມາຈູດທຳລາຍຖິ້ມໃນຄັ້ງນີ້.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ. ພາບ: ຂ່າວ ປກສ ແຂວງໄຊຍະບູລີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...