Homeຂ່າວພາຍ​ໃນເມືອງໝື່ນຂຸດຄົ້ນ-ປຸງແຕ່ງແຮ່ທາດ

ເມືອງໝື່ນຂຸດຄົ້ນ-ປຸງແຕ່ງແຮ່ທາດ

Published on

ກອງປະຊຸມໃຫ່ຍສະມາຊິກພັກ ຂອງໜ່ວຍພັກຫ້ອງການພະລັງານ ແລະ ບໍ່ແຮ່ເມືອງໝື່ນ ຄັ້ງທີ I ໄດ້ໄຂຂື້ນ ໃນວັນທີ 25 ມີຖຸນາທີ່ຜ່ານມາ, ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພິດ ອິນທະໂພທອງ ກຳມະການພັກເມືອງ ເລຂາໜ່ວຍພັກຫ້ອງການພະລັງານ ແລະ ບໍ່ແຮ່ເມືອງ, ສະຫາຍ ພອນເທີດ ສຸຫວັດດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ , ສະຫາຍ ບຸນເຕັງ ສໍວິໄລວົງ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ, ສະມາຊິກພັກ ແລະ ແຂກຖຶກເຊີນອ້ອມຂ້າງເຂົ້າຮ່ວມ.

May be an image of 3 people, dais and text

May be an image of 1 person and text

ທ່ານ ກີ່ ພອນສະຫວັນ ຮອງຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ໄດ້ຜ່ານບົດສະຫຼຸບແຜນພັດທະນາວຽກພະລັງງານ ແລະ ບໍ່ແຮ່ ຂອງເມືອງໝື່ນ 5 ປີ ເຊິ່ງໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານນີ້, ສາມາດຂຸດຄົ້ນ-ປຸງແຕ່ງແຮ່ທາດໄດ້ທັງໝົດ 433,418,4 ໂຕນ, ເປັນເງີນ 106,495,850,000 ກີບ, ສາມາດປະຕິບັດໄດ້ເກີນແຜນ 134,91% ແລະ ຈຳໜ່າຍໄດ້ 318,460,6 ໂຕນ, ເປັນເງີນ 157,235,675,000 ກີບ, ສາມາດປະຕິບັດໄດ້ເກີນແຜນ 72,60%, ຄາດວ່າອີກ 5 ປີຕໍ່ໜ້າໃຫ້ສາມາດຜະລິດ ແລະ ຈຳໜ່າຍແຮ່ທາດໃຫ້ໄດ້ທັງໝົດ 254,000 ໂຕນ, ເປັນເງີນ 118,200,000,000 ກີບ.

ຂ່າວ: ຂ່າວສານເມືອງໝື່ນ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...