Homeຂ່າວເຫດການໜຸ່ມລາວຄິດສັ້ນ! ນ້ອຍໃຈແຟນໂດດຕຶກສູງ 12 ຊັ້ນເສຍຊີວິດທີ່ປະເທດໄທ

ໜຸ່ມລາວຄິດສັ້ນ! ນ້ອຍໃຈແຟນໂດດຕຶກສູງ 12 ຊັ້ນເສຍຊີວິດທີ່ປະເທດໄທ

Published on

ອີງຕາມສຳນັກຂ່າວຊ່ອງ 7 ປະເທດໄທລາຍງານໃນວັນທີ 25 ມິຖຸນາ 2024 ກ່ຽວກັບເຫດການສະຫຼົດເມື່ອເຈົ້າໜ້າທີ່ຕຳຫຼວດ ເມືອງພັດທະຍາໄດ້ຮັບແຈ້ງເຫດວ່າ: ມີຄົນຕົກຈາກຕຶກສູງ ເສຍຊີວິດ ຢູ່ທີ່ຄອນໂດແຫ່ງໜຶ່ງ ຢູ່ທີ່ບ້ານໜອງປື ເມືອງບາງລະມຸງ ແຂວງຊົນບູລີ ເຈົ້າໜ້າທີ່ຈຶ່ງໄດ້ທຳການອອກໄປກວດສອບໃນທີ່ເກີດເຫດ.

ຕາມການລາຍງານເບື້ອງຕົ້ນ ຜູ້ເສຍຊີວິດເປັນເພດຊາຍຊື່ວ່າ MR.KITAN ອາຍຸ 25 ປີເປັນຄົນສັນຊາດລາວ ໄດ້ຕົກລົງມາຈາກຫ້ອງພັກທີ່ຢູ່ຊັ້ນ 12 ເຊິ່ງຄອນໂດມີທັງໝົດ 16 ຊັ້ນ ໄດ້ຕົກລົງໃສ່ຕົ້ນໄມ້ກ່ອນຕົກລົງພື້ນ ຫົວຟາດກັບຂອບປູນຈົນເຮັດໃຫ້ເສຍຊີວິດ ເຊິ່ງຢູ່ຈຸດເກີດເຫດມີແຟນໜຸ່ມ ແລະ ໝູ່ເພື່ອນ ພ້ອມຜູ້ອາໄສບໍລິເວນໃກ້ຄຽງຈຳນວນຫຼາຍທີ່ໄດ້ອອກມາເບິ່ງເຫດການ.

ຈາກການສອບຖາມຜູ້ເຫັນເຫດການເລົ່າວ່າ: ກ່ອນເກີດເຫດໄດ້ຍິນສຽງຄົນໄຫ້ ກ່ອນຍ່າງອອກມາເບິ່ງແລ້ວພົບວ່າມີຄົນນັ່ງເອົາຂາຫ້ອຍຢູ່ເທິງລະບຽງຊັ້ນທີ 12 ເຊິ່ງຢ້ານເກີດເຫດການບໍ່ຄາດຄິດຈຶ່ງໄດ້ໂທແຈ້ງເຈົ້າໜ້າຮັກສາຄວາມປອດໄພມາກວດສອບ ແຕ່ບໍ່ພໍເທົ່າໃດຮ່າງຂອງຜູ້ນັ່ງຂາຫ້ອຍກໍຕົກລົງມາທີ່ພຶ້ນ.

ທາງດ້ານແຟນໜຸ່ມຂອງຜູ້ເສຍຊີວິດໄດ້ເລົ່າວ່າ: ກ່ອນເກີດເຫດໄດ້ໄປທ່ຽວສະຖານບັນເທິງໃນພື້ນທີ່ເມືອງພັດທະຍາ ແຕ່ແຟນຂໍເມືອກ່ອນ ເພາະມີການຜິດຖຽງກັນ ຜູ້ຕາຍມີອາການນ້ອຍໃຈ ບວກກັບບໍ່ໄດ້ຮັບສາຍໂທລະສັບ ຈົນໄດ້ມີພະນັກງານຮັກສາຄວາມປອດໄພໂທໄປຫາແຟນຜູ້ເສຍຊີວິດ ແຕ່ພໍກັບມາຮອດກໍບໍ່ທັນແລ້ວ, ທາງດ້ານແຟນໜຸ່ມໄດ້ເລົ່າຕໍ່ອີກວ່າກ່ອນໜ້ານີ່ມີຜິດຖຽງກັນຕະຫຼອດແຕ່ບໍ່ຄາດຄິດວ່າຈະຕັດສິນໃຈແບບນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...