spot_img
Homeຂ່າວຕ່າງປະເທດຄົນລາວເສຍຊີວິດ 1 ຄົນ ເຫດໄຟໄໝ້ໂຮງງານ

ຄົນລາວເສຍຊີວິດ 1 ຄົນ ເຫດໄຟໄໝ້ໂຮງງານ

Published on

ສຳນັກຂ່າວຕ່າງປະເທດ ໃຫ້ຮູ້ວ່າ: ເວລາປະມານ 10:30 ຂອງວັນທີ 24 ມິຖຸນາທີ່ຜ່ານມາ, ເກີດເຫດໄຟໄໝ້ໂຮງງານຜະລິດແບັດໂຕລີ (ເປັນຂອງບໍລີສັດ Aricell) ໃນເມືອງຮວາຊອງ (Hwaseong), ປະເທດເກົາຫຼີໃຕ້, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ 22 ຄົນ, ເຊິ່ງໜຶ່ງໃນຜູ້ເສຍຊີວິດ ແມ່ນເປັນຄົນລາວ 1 ຄົນ.

May be an image of fire and text

ອີງຕາມການໃຫ້ຂໍ້ມູນຂອງທ່ານ ບຸນທ່ຽງ ລັດຕະນະວົງ, ປະທານສະມາຄົມທຸລະກິດຈັດຫາງານລາວ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນ ຢ່າງບໍ່ເປັນທາງການກ່ຽວກັບຜູ້ເສຍຊີວິດວ່າ: ເປັນເພດຍິງ, ຊື່ ນາງ ຈ່ອຍ ເປັນແຮງງານ Visa F6 ແມ່ນວີຊ່າທີ່ອອກໃຫ້ຄົນທີ່ມາແຕ່ງງານກັບຄົນເກົາຫຼີ (ບໍ່ແມ່ນແຮງງານທີ່ກະຊວງແຮງງານສົ່ງມາ).

May be an image of fire

ເຊິ່ງປັດຈຸບັນນີ້, ເຈົ້າໜ້າທີ່ຈຶ່ງສາມາດຄວບຄຸມເພີງໄດ້ສຳເລັດແລ້ວ, ຕໍ່ກັບເຫດການທີ່ເກີດຂຶ້ນເຈົ້າໜ້າທີ່ກຳລັງທຳການສືບສວນສອບສວນຫາສາເຫດ ທີ່ເຮັດໃຫ້ເກີດເພິງໄໝ້ດັ່ງກ່າວຂຶ້ນ.

ຂ່າວ: Reuters

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...