spot_img
Homeຂ່າວພາຍ​ໃນສາເຫດທີ່ລົດຕໍາກັນ 5 ຄັນຊ້ອນ

ສາເຫດທີ່ລົດຕໍາກັນ 5 ຄັນຊ້ອນ

Published on

ຈາກການໃຫ້ສຳພາດຂອງທ່ານ ພັນໂທ ອຳພອນ ຄຳອຸ່ນທອນ ຮອງພະແນກຕຳຫຼວດຊີ້ນຳວຽກງານຕຳຫຼວດຈະລາຈອນ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນລາຍການວິທະຍຸຂັບຂີ່ປອດໄພ (ວັນທີ 24 ມິຖຸນາ 2024) ໄດ້ລາຍງານໃຫ້ຮູ້ວ່າ: ກ່ຽວກັບສາເຫດທີ່ພາໃຫ້ເກີດເຫດການຕຳກັນ 5 ຄັນຊ້ອນ, ເຂດບ້ານໂຊກນ້ອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ເມື່ອວັນທີ 20 ມິຖຸນາທີ່ຜ່ານມາແມ່ນເກີດຈາກ ລົດບັນທຸກໄດ້ເກີດຄວາມຂັດຂ້ອງທ່າງເຕັກນິກ(ເບກແຕກ) ຜູ້ຂັບຂີ່ໄດ້ຕັດສິນໃຈ ຫັກຫຼົບເຂົ້າແຄມທາງ ເພື່ອຫຼີກເວັ້ນຜົນເສຍຫາຍຫຼາຍກວ່ານັ້ນຄື: ຖ້າຫາກບໍ່ຫັກເຂົ້າແຄມທາງ ອາດຈະຕໍາເອົາລົດຈັກທາງໜ້າ ຫຼື ເສຍຫຼັກໄປຕຳເອົາລົດທີ່ຂີ່ສວນເລນມາ.

May be an image of car and text

ດັ່ງນັ້ນ, ຈຶ່ງຫັກເຂົ້າແຄມທາງ ແຕ່ກໍຍັງຕຳເອົາລົດ 3 ຄັນທີ່ຈອດແຄມທາງ ແລະ ລົດທີ່ຂີ່ສວນທາງມາຈຳນວນ 1 ຄັນ, ລວມທັງໝົດເປັນ 5 ຄັນໃນອຸບັດຕິເຫດຄັ້ງນີ້, ຫຼັງຈາກເກີດເຫດການຂຶ້ນ ເຈົ້າໜ້າທີ່ກໍໄດ້ເອົາລົດທັງໝົດ ເຂົ້າມາດຳເນີນການສືບສວນສອບສວນຢ່າງລະອຽດ ແລະ ຈະແຈ້ງວ່າ ໃຜຈະເປັນຄົນຮັບຜິດຊອບແນວໃດແນ່ ຕໍ່ກັບອຸບັດຕິເຫດໃນຄັ້ງນີ້.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...