spot_img
Homeຂ່າວພາຍ​ໃນປ່ອຍຕົວນັກໂທດແບບມີເງື່ອນໄຂກ່ອນກຳນົດ

ປ່ອຍຕົວນັກໂທດແບບມີເງື່ອນໄຂກ່ອນກຳນົດ

Published on

ໃນວັນທີ 19 ມິຖຸນາທີ່ຜ່ານມາ, ຂ່າວ ປກສ ແຂວງຫົວພັນ ໄດ້ລາຍງານວ່າ: ສານປະຊາຊົນ ຂັ້ນຕົ້ນ ແຂວງຫົວພັນ ໄດ້ຕັດສິນປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈຳນວນ 13 ຄົນ ທີ່ຄ້າຍຄຸມຂັງດັດສ້າງ ສູນວັງລົມ ປກສ ແຂວງຫົວພັນ, ເຊິ່ງປະກອບມີນັກໂທດຄະດີຢາເສບຕິດ 7 ຄົນ ແລະ ຄະດີລັກຊັບພົນລະເມືອງ 6 ຄົນ.

ການພິຈາລະນາປ່ອຍຕົວໃນຄັ້ງນີ້ແມ່ນຍ້ອນພວກເຂົາ ມີຄວາມຕັ້ງໃຈເຝິກຝົນຫຼໍ່ຫຼອມຢ່າງກ້າວໜ້າ, ມີການປ່ຽນແປງດ້ານທັດສະນະແນວຄິດການກະທຳ, ມີຄວາມຕື່ນຕົວ ເຄົາລົບປະຕິບັດກົດໝາຍ ແລະ ລະບຽບການຂອງຄ້າຍຄຸມຂັງດັດສ້າງ, ຍອມຮັບເອົາຄຳຕັດສິນຂອງສານທຸກຢ່າງ, ມີຄວາມຮູ້ສຶກກິນແໜງຕໍ່ການກະທຳຜິດທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ, ມີຄວາມມັກຄີເປັນແບບຢ່າງທີ່ດີໃຫ້ແກ່ນັກໂທດຢູ່ຄ້າຍຄຸມຂັງ ແລະ ໄດ້ປະຕິບັດໂທດມາແລ້ວ 2/3 ຂອງສານຕັດສິນ. ດັ່ງນັ້ນ, ຈຶ່ງໄດ້ຕັດສິນປ່ອຍຕົວນັກໂທດຈຳນວນດັ່ງກ່າວ, ເພື່ອໃຫ້ໂອກາດກັບຄືນມາປັບປຸງຕົວໃນສັງຄົມ ແລະ ບໍ່ໃຫ້ກະທຳຜິດກົດໝາຍອີກ.

ຂ່າວ: ຂ່າວ ປກສ ແຂວງຫົວພັນ News

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...