Homeຂ່າວພາຍ​ໃນບໍລິສັດທາງລົດໄຟລາວ-ຈີນ ຝຶກຊ້ອມແຜນການຮັບມືກັບເຫດການສຸກເສີນ

ບໍລິສັດທາງລົດໄຟລາວ-ຈີນ ຝຶກຊ້ອມແຜນການຮັບມືກັບເຫດການສຸກເສີນ

Published on

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຝຶກຊ້ອມແຜນການຮັບມືເຫດການສຸກເສີນ ຢູ່ທີ່ສະຖານີລົດໄຟນະຄອນຫລວງວຽງຈັນ ໃນວັນທີ 19 ມິຖຸນາ 2024 ພາຍໃຕ້ການຊີ້ນຳຂອງສະຖານ ທູດທູດທະຫານ ສປ ຈີນ ປະຈຳ ສປປ ລາວ ແລະ ກົມຕຳຫລວດທາງລົດໄຟ, ກະຊວງປ້ອງກັນຄວາມສະຫງົບ. ທັງນີ້, ກໍເພື່ອເປັນການຮັບມືກັບເຫດການສຸກເສີນທີ່ອາດຈະເກີດຂຶ້ນຢ່າງບໍ່ຄາດຄິດໃນສະຖານີ ຫລື ສະຖານທີ່ຄົນຈຳນວນຫລາຍໃຫ້ມີປະສິດທິຜົນ, ວ່ອງໄວ ແລະ ຮັບການຊ່ວຍເຫລືອໄດ້ທັນເວລາ.

ການຝຶກຊ້ອມຄັ້ງນີ້, ທ່ານ ຫລິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ມີຄໍາເຫັນວ່າ: ການຝຶກຊ້ອມຮັບມືສຸກເສີນຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງການສ້າງສະພາບແວດລ້ອມທີ່ປອດໄພ ຂອງທາງລົດໄຟລາວ-ຈີນ ໃຫ້ແກ່ຜູ້ໂດຍສານທີ່ມາໃຊ້ບໍລິການ, ການຈຳລອງເຫດການສຸກເສີນ ແລະ ວິທີການຮັບມືໄດ້ຈໍາລອງເຫດການ ເຊັ່ນ: ເກີດມີການຂັດແຍ່ງ, ໂຕ້ຖຽງກັນ ແລະ ມີການໃຊ້ອາວຸດປືນ ແລະ ຂົ່ມຂູ່ ສົ່ງຜົນໃຫ້ເກີດມີການກໍການຮ້າຍ (ຍິງປືນແກັບ) ເຮັດໃຫ້ຜູ້ໂດຍສານພາກັນແລ່ນແຕກຕື່ນດ້ວຍຄວາມຕົກໃຈ ແລະ ກໍໃຫ້ເກີດມີຜູ້ບາດເຈັບ. ຈາກນັ້ນ, ພະນັກງານກວດປີ້, ພະນັກງານຮັກສາຄວາມປອດໄພ ກໍໄດ້ຝຶກຊ້ອມດໍາເນີນຕາມຂັ້ນຕອນຄວາມປອດໄພ ໂດຍໄດ້ໃຊ້ກົນໄກການສື່ສານລາຍງານຕໍ່ຫົວໜ້າສະຖານີ ແລະ ພາກສ່ວນທີ່ກ່ຽວຂ້ອງຕາມລຳດັບ; ຝຶກຊ້ອມທັງເຄື່ອນຍ້າຍຜູ້ໂດຍອອກຈາກບ່ອນເກີດເຫດຢ່າງຮີບດ່ວນ ແລະ ປອດໄພ; ໂທຫາຕຳຫລວດເພື່ອລາຍງານສະພາບ ໂດຍສະເພາະຫ້ອງຄວບຄຸມການເດີນລົດ, ຕິດຕໍ່ຫາໂຮງໝໍ; ເຄື່ອນຍ້າຍຜູ້ໂດຍສານໄປບ່ອນທີ່ປອດ ໄພຢ່າງຮີບດ່ວນ ໂດຍດຳເນີນການຢ່າງຖືກວິທີອອກຈາກສະຖານີ ດ້ວຍປະຕູໜີໄພດ້ານຫລັງທັງສອງຂ້າງຂອງສະຖານີໄດ້ຢ່າງປອດໄພ ແລະ ໄດ້ໃຊ້ຄວາມຮູ້ທີ່ໄດ້ຜ່ານການຝຶກຊ້ອມມາຊ່ວຍປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ຜູ້ໂດຍສານທີ່ຮັບບາດເຈັບ ແລະ ທາງສະຖານີກໍໄດ້ເປີດນໍາໃຊ້ສຽງແຈ້ງເຕືອນອັນຕະລາຍ ເພື່ອໃຫ້ຜູ້ໂດຍສານທ່ານອື່ນທີ່ຢູ່ນອກສະຖານີຮັບຮູ້ ແລະ ຫລີກໜີຢ່າງທັນເວລາ.

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ນໍາໃຊ້ມາດຕະການທີ່ຮັດກຸມ, ຈັດຕັ້ງທີມຮັບມືສຸກເສີນຕໍ່ເຫດການທີ່ບໍ່ຄາດຄິດ, ເພີ່ມທະວີການປະສານງານທີ່ມີປະສິດທິພາບ ແລະ ວ່ອງໄວເຊັ່ນ: ແຈ້ງຢຸດຈອດລົດໄຟທີ່ຈະເຂົ້າ-ອອກສະຖານີຊົ່ວຄາວ, ຮັບປະກັນຄວາມປອດໄພໃນທຸກພາກສ່ວນທີ່ສຳຄັນ, ການສະກັດກັ້ນອັກຄີໄພ ແລະ ປ້ອງກັນການລັກລອບໃນສະຖານີ, ການປະສານງານກັບຕໍາຫລວດທາງລົດໄຟ ແລະ ບໍລິສັດຮັກສາຄວາມປອດໄພ, ການກະກຽມອຸປະກອນປ້ອງກັນຢາງຄົບຊຸດ, ເພີ່ມມາດຕະການກວດກາລາດຕະເວນ, ເກັບກໍາຂໍ້ມູນທີ່ລະອຽດເພື່ອລາຍງານຕໍ່ພາກສ່ວນທີ່ກ່ຽວຂ້ອງ, ທາງພາກສ່ວນຕໍາຫລວດກໍໄດ້ຈັດຕັ້ງທີມສະກັດກັ້ນຜູ້ກໍ່ການຮ້າຍ, ເພື່ອໃຫ້ການປະຕິບັດໜ້າທີ່ມີປະສິດທິພາບຂຶ້ນ ໄດ້ຈັດທີມທີ່ມີທັກສະໃນການຊ່ວຍເຫລືອຕົວປະກັນ, ການຕໍ້ສູ້ ແລະ ວິທີການເຈລະຈາກັບຜູ້ກໍ່ການຮ້າຍຈົນສຳເລັດການຊ່ວຍເຫລືອ. ນອກຈາກນີ້, ຍັງໄດ້ການຝຶກຊ້ອມການຈຳລອງເຫດການ ເກັບກູ້ລະເບີດທີ່ສົງໄສຢູ່ໃນສະຖານີຫ້ອງລໍຖ້າຂຶ້ນລົດ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...