spot_img
Homeຂ່າວພາຍ​ໃນເຮັດໂຕະ-ຕັ່ງ ຈາກຂີ້ເຫຍື້ອພາສຕິກ

ເຮັດໂຕະ-ຕັ່ງ ຈາກຂີ້ເຫຍື້ອພາສຕິກ

Published on

ເມື່ອບໍ່ດົນມານີ້, ໄດ້ມີການເຜີຍແຜ່ພາບໂຕະ-ຕັ້ງທີ່ເຮັດມາຈາກການຣີໄຊເຄິ້ລຂີ້ເຫຍື້ອປລາສຕິກຫຼາຍກວ່າ 500 ກິໂລກຣາມ ໃຫ້ແກ່ນ້ອງໆນັກຮຽນທີ່ແຂວງຫຼວງພຣະບາງ ຈຳນວນ 15 ຊຸດ, ຫຼ້າສຸດນີ້ພວກເຮົາກໍໄດ້ຮູ້ວ່າ: ທີມງານດັ່ງກ່າວແມ່ນໃຜ ແລະ ມີຄວາມຄິດລິເລີ່ມໂຄງການແນວໃດ, ມື້ນີ້ລາວໂພສໄດ້ເອົາຂໍ້ມູນມາໃຫ້ທຸກຄົນອ່ານໄປນຳກັນ.

อาจเป็นรูปภาพของ 14 คน และ ผู้คนกำลังอ่านหนังสือ

ທີມ Precious Plastic Vientiane ແມ່ນກຸ່ມໄວໜຸ່ມທີ່ມີຄວາມສົນໃຈຕໍ່ກັບຂີ້ເຫຍື້ອປລາສຕິກ ແລະ ຢາກມີສ່ວນຮ່ວມໃນການແກ້ໄຂບັນຫາຂີ້ເຫຍື້ອປລາສຕິກໃນຊຸມຊົນ, ໂດຍໄດ້ແຮງບັນດານໃຈມາຈາກ Precious Plastic Global ທີ່ເປັນຕົ້ນແບບໃນການສ້າງຄຸນຄ່າຂອງປລາສຕິກ , ທີ່ຜ່ານມາພວກເຮົາໄດ້ຮັບທຶນການດຳເນີນໂຄງການຈາກ UNFPA Laos, YSEALI Enviro-Tech ແລະ ຜູ້ໃຫ້ທຶນລ່າສຸດທີ່ເຮັດໃຫ້ພວກເຮົາໄດ້ ເຮັດໂຕະຕັ່ງໄປບໍລິຈາກໃຫ້ນ້ອງໆນັກຮຽນກໍຄື YSEALI SUMMIT 2023 Young Southeast Asian Leaders Initiative.

อาจเป็นรูปภาพของ 4 คน, ผู้คนกำลังอ่านหนังสือ และ ข้อความ

ໃນການລົງຈັດກິດຈະກຳ “ໂຕະຕັ່ງເພື່ອນ້ອງ” ໃນຄັ້ງນີ້ພວກເຮົາ Precious Plastic Vientiane ຮູ້ສຶກພາກພູມໃຈຢ່າງສູງ ທີ່ໄດ້ເປັນສ່ວນໜຶ່ງໃນການມອບໂອກາດໃຫ້ແກ່ນ້ອງໆ ແລະ ຍັງໄດ້ເປັນສ່ວນໜຶ່ງທີ່ສາມາດຫຼຸດຜ່ອນຂີ້ເຫຍື້ອພລາສຕິກ ພ້ອມທັງນຳພວກມັນມາຣີໄຊໂຄຣ ໃຫ້ເກີດປະໂຫຍດສູງສຸດ.

อาจเป็นรูปภาพของ 10 คน และ ผู้คนกำลังอ่านหนังสือ

ນອກນີ້, ທາງທີມ Precious Plastic Vientiane ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ກັບອົງກອນ “PatiHoub” ທີ່ໄດ້ເປັນພາກສ່ວນຫຼັກທີ່ໃຫ້ຄວາມຮ່ວມມືໃນການ ນຳເອົາປລາສຕິກໄປ ລີໄຊໂຄຣເປັນໂຕະຕັ່ງທີ່ສວຍງາມຕາມຮູບພາບ.

ຂ່າວ: Precious Plastic Vientiane

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...