Homeຂ່າວພາຍ​ໃນໂຄງການກໍ່ສ້າງ-ປັບປຸງເສັ້ນທາງ ໃນຂອບເຂດນະຄອນຫລວງວຽງຈັນ ທັງໝົດ 17 ເສັ້ນ ສຳເລັດແລ້ວ 60%

ໂຄງການກໍ່ສ້າງ-ປັບປຸງເສັ້ນທາງ ໃນຂອບເຂດນະຄອນຫລວງວຽງຈັນ ທັງໝົດ 17 ເສັ້ນ ສຳເລັດແລ້ວ 60%

Published on

ໂຄງການກໍ່ສ້າງ-ປັບປຸງເສັ້ນທາງ ຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ໃນຂອບເຂດນະຄອນຫລວງວຽງຈັນ ທັງໝົດ 17 ເສັ້ນ, ຄຽງຄູ່ກັບແຕ້ມເສັ້ນຈະລາຈອນ, ຕິດຕັ້ງປ້າຍການສັນຈອນ ເຊິ່ງມີຄວາມຍາວ ທັງໝົດ 33,27 ກິໂລແມັດ ສຳເລັດແລ້ວ 60% ແລະ ຄາດວ່າຈະສຳເລັດ 100% ໃນທ້າຍເດືອນຕຸລາ 2024.

ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 17 ມິຖຸນາ 2024 ນີ້ວ່າ: ພະແນກ ຍທຂ ນະຄອນຫລວງວຽງຈັນ ກຳລັງເລັ່ງກໍ່ສ້າງປັບປຸງ ແລະ ສ້ອມແປງເສັ້ນທາງສາຍຫລັກ, ທາງຮ່ອມ, ທາງຊອຍ ທັງໝົດ 17 ເສັ້ນ ໃນນະຄອນຫລວງວຽງຈັນ ເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ປີທ່ອງທ່ຽວລາວ 2024, ທັງເປັນການ ອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນໄປມາຂອງປະຊາຊົນລາວບັນດາເຜົ່າ ກໍຄື ປະຊາຊົນພາຍໃນນະຄອນຫລວງວຽງຈັນ ໄດ້ນຳໃຊ້ເສັ້ນທາງທີ່ສະດວກສະບາຍຂຶ້ນກວ່າເກົ່າ, ທັງເປັນການປະກອບສ່ວນເຮັດໃຫ້ນະຄອນຫລວງວຽງຈັນ ມີໂສມໜ້າໃໝ່ຫລຸດຜ່ອນຄວາມແອອັດ, ຫລຸດຜ່ອນການເກີດອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ.

ມາຮອດປັດຈຸບັນ, ໂຄງການກໍ່ສ້າງ-ປັບປຸງເສັ້ນທາງດັ່ງກ່າວ ໂດຍລວມແມ່ນສຳເລັດແລ້ວ 60% ແລະ ຄາດວ່າຈະສຳເລັດ 100% ໃນທ້າຍເດືອນຕຸລາ 2024 ທີ່ຈະມາເຖິງນີ້ ເຊິ່ງການສ້ອມແປງມີທັງໝົດ 4 ບໍລິສັດຮັບເໝົາ ເປັນຜູ້ຈັດຕັ້ງປະຕິບັດ ຄື: ບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ປັບປຸງ ແລະ ສ້ອມແປງ ເສັ້ນທາງໄຟແດງເດີນບິນ-ຂ້າງຕະຫລາດສີໄຄ (ເບຕົງ), ຍາວ 1.462 ແມັດ ປະຕິບັດໄດ້ 60%; ເສັ້ນທາງ ຄູວຽງ-ໂຮງໝໍ 103 (ເບຕົງ), ຍາວ 1.175 ແມັດ ປະຕິບັດໄດ້ 20%; ທາງເບຕົງຮ່ອມ 14 ບ້ານທົ່ງກາງ-ວັດສ້າງເຫວີຍ, ຍາວ 1.088 ແມັດ ກຳລັງກໍ່ສ້າງໄດ້ 10%; ທາງເບຕົງຮ່ອມ 14 ບ້ານທ່າພະລານໄຊ, ຍາວ 707 ແມັດ ກໍ່ສ້າງໄດ້ 10%; ໄຟອຳນາດສີດຳດວນ-ທົ່ງສ້າງນາງ-ໄຟອຳນາດຮ່ອງໄກ່ແກ້ວ (ປູຢາງຂົ້ວທັບຄືນ), ຍາວ 2.030 ແມັດ, ສຳເລັດ 90%; ຖະໜົນສີທອງ ຈຸດຊ້າງ 3 ຫົວ-ໜອງດ້ວງ-ດົງນາໂຊກ-ໄຟອຳນາດໜອງໜ້ຽວ (ປູຢາງທັບຄືນ), ຍາວ 2.030 ແມັດ ກຳລັງສ້ອມແປງ 50%. ສ່ວນການປັບປຸງ, ສ້ອມແປງ ຄຸ້ມສີສະຫວາດ-ອ້ອມ ສຳນັກງານນາຍົກລັດຖະມົນຕີ ແລະ ເຂດບ້ານໂສກປ່າຫລວງ-ສວນ 23 ສິງຫາ (ປູຢາງຂົ້ວທັບຄືນ) ຄືບໜ້າ 10%; ທາງເບຕົງທາງເຂົ້າສະຖານີລົດໄຟລາວ-ຈີນ-ສະໜາມກິລາຫລັກ 16 ກຳລັງກໍ່ສ້າງ 10%.

ສ່ວນ ບໍລິສັດບຸຜາ ພັດທະນາກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ສຳຫລວດ-ອອກແບບ ຈຳກັດຜູ້ດຽວ ແມ່ນຮັບເໝົາເຂດໄຟອຳນາດສີໄຄ-ແຍກເຕ 2, ຍາວ 1.635 ແມັດ ແລະ ວົງວຽນດົງປາລານ-ວົງວຽນໂພນທັນ-ໄຟອຳນາດໂພນທັນ, ຄວາມຍາວ 2.076 ແມັດ (ປູຢາງຂົ້ວທັບຄືນ) ສຳເລັດ 95%, ວຽກແຕ້ມເສັນຈາລະຈອນ, ຕິດປ້າຍ ແລະ ທາສີຂອບທາງ ຈຳນວນ 8 ເສັ້ນທາງ ແມ່ນສຳເລັດແລ້ວ 40%; ບໍລິສັດສີສະເກດ ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ ໄດ້ຈັດຕັ້ງປະຕິບັດໜ້າວຽກຢູ່ ບ້ານວັດນາກຮ່ອມ 4 (ເບຕົງ), ຍາວ 328 ແມັດ ແລະ ເສັ້ນທາງກຳແພງເມືອງ ໄຟອຳນາດໜອງໄຮ-ວົງວຽນຫລັກ 10 (ປູຢາງຂົ້ວທັບຄືນ) ກຳລັງຈັດຕັ້ງໄດ້ 60% ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ກໍ່ສ້າງທາງເບຕົງ ແຕ່ສະພັງເມີກ-ຫລັງຫໍພັກຊີເກມ-3ແຍກໜອງວຽງຄຳ ພວມສ້ອມ ແປງໄດ້ 20%; ເຂດທົ່ງສ້າງນາງ-ໄຟອຳນາດສະຫວ່າງ (ປູຢາງຂົ້ວທັບຄືນ) ສຳເລັດແລ້ວ 98%; ເຂດແຈວັດຈັນ-ວັດອົງຕື້ (ປູຢາງຂົ້ວທັບຄືນ) ສຳເລັດ 100% ແລະ ຖະໜົນໄຜໜາມ ຫລັງໂຮງຮຽນ ມສ ອານຸ (ປູຢາງຂົ້ວທັບຄືນ) ສຳເລັດແລ້ວ 95%.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...