spot_img
Homeຂ່າວຕ່າງປະເທດຕຳຫຼວດບຸກຈັບພໍ່ຕູ້ອາຍຸ 72 ປີ ກຳລັງຈັດພິທີແຕ່ງງານກັບເດັກນ້ອຍອາຍຸ 12 ປີ ໃນປາກີສະຖານ

ຕຳຫຼວດບຸກຈັບພໍ່ຕູ້ອາຍຸ 72 ປີ ກຳລັງຈັດພິທີແຕ່ງງານກັບເດັກນ້ອຍອາຍຸ 12 ປີ ໃນປາກີສະຖານ

Published on

ສຳນັກຂ່າວສານຕ່າງປະເທດ World Forum ລາຍງານໃນວັນທີ 16 ມິຖຸນາ 2024 ຜ່ານມາ, ກ່ຽວກັບເຫດການທີ່ຕຳຫຼວດບຸກຈັບພໍ່ຕູ້ອາຍຸ 72 ປີ (ເຈົ້າບ່າວ) ກຳລັງຈັດພິທີແຕ່ງງານກັບເດັກນ້ອຍອາຍຸ 12 ປີ (ເຈົ້າສາວ) ທີ່ຍັງບໍ່ບັນລຸນິຕິພາວະ ຕຳຫຼວດສາມາດຊ່ວຍໄວ້ໄດ້ທັນເມື່ອວັນທີ 15 ມິຖຸນາ 2024 ຜ່ານມາ, ທີ່ເມືອງເປຊາວາ ແຂວງໄຄເບີປັກຕຸນຄວາ ປາກີສະຖານ.

ຕາມການລາຍງານເົຈ້ານ້າທີ່ຕຳຫຼວດເຂົ້າຈັບກຸມຊາຍອາຍຸ 72 ກ່ອນພິທີທາງສາສະໜາຈະເລີ່ມຂຶ້ນກັບເດັກນ້ອຍຜູ້ຍິງອາຍຸ 12 ປີ ຈາກຂໍ້ມູນພໍ່ຂອງເດັກນ້ອຍຜູ້ຍິງ ຂາຍນາງໃນລາຄາ 500,000 ຮູປີປາກີສະຖານ ຫຼື ປະມານ 45 ລ້ານກີບ ໂດຍຂາຍໃຫ້ພໍ່ຕູ້ອາຍຸ 72 ປີ ເຊິ່ງທາງດ້ານພໍ່ຂອງເດັກຍິງສາມາດເອົາຕົວຫຼົບໜີໄດ້ທັນ.

ສຳລັບປາກີສະຖານມີອັດຕາການແຕ່ງງານກັບເດັກນ້ອຍສູງທີ່ສຸດແຫ່ງນຶ່ງໃນໂລກໂດຍປະມານຮ້ອຍລະ 30 ຂອງເດັກຜູ້ຍິງທີ່ແຕ່ງງານກ່ອນອາຍຸ 18 ປີຈາກຂໍ້ມູນຍູນິເຊັບ ເດັກຜູ້ຍິງໃນປາກີສະຖານຈຳນວນ 18.9 ລ້ານຄົນແຕ່ງງານກ່ອນອາຍຸ 18 ປີ ແລະ 4,6 ລ້ານຄົນແຕ່ງງານກ່ອນອາຍຸ 16 ປີ ເຊິ່ງຫຼາຍປະເທດກຳລັງຫຼຸດຜ່ອນໃຫ້ຍົກເລີກການແຕ່ງງານກັບເດັກນ້ອຍ ສາເຫດຈາຫເຈົ້າສາວຫຼາຍຄົນເສຍຊີວິດຈາກຄວາມຮູ້ເລື່ອງເພດບໍ່ພຽງພໍ ແລະ ປັນຫາຄວາມອົດຢາກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...