Homeຂ່າວຕ່າງປະເທດທະເລສີດຳ ຈາກເຫດເຮືອຕໍາກັນທີ່ສິງກະໂປ

ທະເລສີດຳ ຈາກເຫດເຮືອຕໍາກັນທີ່ສິງກະໂປ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເມື່ອບໍ່ດົນມານີ້, ເກີດອຸບັດຕິເຫດເຮືອສອງລໍາໄດ້ຕຳ ທີ່ບໍລິເວນທ່າເຮືອຂອງສິງກະໂປ, ເຮັດໃຫ້ຖັງນໍ້າມັນຂອງເຮືອໄດ້ຮັບຄວາມເສຍຫາຍ ແລະ ນໍ້າມັນໄດ້ໄຫຼລົງສູ່ທະເລ, ແຜ່ກະຈາຍອອກຢ່າງເປັນວົງກວ້າງ, ເນື່ອງຈາກກະແສນໍ້າເພິ່ມຂຶ້ນ ເຮັດໃຫ້ຄາບເຫຼົ່ານັ້ນຖືກຄື້ນທະເລຊັດເຂົ້າແຄມຝັ່ງເກາະເຊນໂຕຊາ ທີ່ເປັນແຫຼ່ງທ່ອງທ່ຽວຍອດນິຍົມຂອງສິງກະໂປ, ເມື່ອເກີດເຫດການດັ່ງກ່າວຂຶ້ນ ເຈົ້າໜ້າທີ່ໄດ້ເລັ່ງເຂົ້າໄປທຳຄວາມສະອາດນໍ້າມັນບໍລິເວນແຄມຝັ່ງ.

สิงคโปร์เร่งกำจัดคราบน้ำมันตามชายฝั่ง หลังรั่วไหลจากเรือชนกัน

ນອກນີ້, ເຈົ້າໜ້າທີ່ຍັງໃຊ້ເຮືອ 18 ລໍາ, ເພື່ອກຳຈັດຄາບນໍ້າມັນ ແລະ ອຸປະກອນດູດຊັບນໍ້າມັນຍາວປະມານ 1,500 ແມັດ.ດ້ານນັກຊີວະວິທະຍາ ແລະ ນັກອະນຸຮັກກຳລັງເຝົ້າລະວັງເພື່ອສຳຫຼວດຄວາມເສຍຫາຍທີ່ເກີດຂຶ້ນຈາກເຫດການດັ່ງກ່າວ ບໍ່ວ່າຈະເປັນສິ່ງທີ່ມີຊີວິດໃນທະເລ ແລະ ສັດປ່າ

ຂ່າວ: bbc

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...