Homeຂ່າວຕ່າງປະເທດອຸທາຫອນ! ພໍ່ແມ່ປ່ອຍໃຫ້ລູກອາຍຸ 1 ປີ 7 ເດືອນ ສູບຢາສູບໄຟຟ້າ-ກິນນ້ຳກະທ່ອມ

ອຸທາຫອນ! ພໍ່ແມ່ປ່ອຍໃຫ້ລູກອາຍຸ 1 ປີ 7 ເດືອນ ສູບຢາສູບໄຟຟ້າ-ກິນນ້ຳກະທ່ອມ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ມິຖຸນາ 2024 ນີ້ກ່ຽວກັບກໍລະນີທີ່ພໍ່ແລະແມ່ ໃຫ້ລູກອາຍຸ 1 ປີ 7 ເດືອນດື່ມນ້ຳກະທ່ອມ ແລະ ສູບຢາສູບໄຟຟ້າ ເຊິ່ງໄດ້ຖ່າຍຄລິບວີດີໂອແລ້ວໂພສລົງສື່ສັງຄົມອອນລາຍ ເຫດການດັ່ງກ່າວເກີດຂຶ້ນທີ່ປະເທດໄທ ເຊິ່ງຫຼ້າສຸດແມ່ຂອງເດັກນ້ອຍໄດ້ອອກມາຍອມຮັບວ່າ: ໃຫ້ລູກສູບຢາສູບໄຟຟ້າແທ້ ເຊິ່ງທາງດ້ານເຈົ້າໜ້າທີ່ ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ແຫ່ງປະເທດໄທ ໄດ້ເຂົ້າຊ່ວຍເຫຼືອແລ້ວ ແລະ ໄດ້ເຂົ້າແຈ້ງຄວາມດຳເນີນຄະດີຕໍ່ຜູ້ປົກຄອງ.

ຕາມການລາຍງານເບື້ອງຕົ້ນ: ຜູ້ປົກຄອງຂອງເດັກນ້ອຍທີ່ເປັນແມ່ອາຍຸ 17 ປີຍອມຮັບວ່າ: ລູກໄດ້ສູບຢາສູບໄຟຟ້າຕາມຄລິບວີດີໂອແທ້ ເຊິ່ງໄດ້ເລີ່ມສູບມາ 5 ເດືອນແລ້ວ ຕັ້ງແຕ່ອາຍຸ 1 ປີ ກັບ 2 ເດືອນ ໂດຍອ້າງວ່າເປັນການສູບໂດຍການສະມັກໃຈບໍ່ໄດ້ບັງຄັບ ຫາກບໍ່ໃຫ້ສູບລູກຈະຮ້ອງໄຫ້ ສ່ວນຄລິບທີ່ເຜີຍແຜ່ໃນສື່ສັງຄົມອອນລາຍແມ່ຂອງເດັກນ້ອຍໄດ້ບອກວ່າຮູ້ເທົ່າບໍ່ເຖິງການ.

ທາງດ້ານແພດໂຮງໝໍຮາມາທິບໍດີກ່າວວ່າ: ເດັກນ້ອຍທີ່ມີອາຍຸ 1 ປີສະໝອງຍັງມີການເຕີບໃຫຍ່ຂະຫຍາຍຕົວ ພໍໄດ້ຮັບສານນິໂຄຕິນໃນຢາສູບໄຟຟ້າ ຈະທຳລາຍການພັດທະນາຂອງສະໝອງເຊິ່ງຈະມີປັນຫາໄລຍະຍາວ ແລະ ຍັງມີປະຊາຊໍົນອີກຈຳນວນຫຼາຍ ທີ່ຍັງບໍ່ຮູ້ໂທດຂອງຢາສູບໄຟຟ້າໂດຍສະເພາະຜູ້ປົກຄອງ ຕ້ອງມີຄວາມຮູ້ເພື່ອຮັບມື ແລະ ຄວນຮີບເລັ່ງແກ້ໄຂບັນຫາໄລຍະຍາວ ເພື່ອບໍ່ໃຫ້ເກີດເຫດການລັກສະນະນີ້ໃນຄອບຄົວອື່ນ.

ດັ່ງນັ້ນ, ຈຶ່ງຝາກເຕືອນໃຫ້ພໍ່ແມ່ພີ່ນ້ອງຜູ້ທີ່ມີລູກນ້ອຍ ຫຼື ເດັກຄວນໃຫ້ຫຼີກຫຼ່ຽງຈາກຢາສູບໄຟຟ້າເນື່ອງຈາກເຮັດໃຫ້ເປັນໂຣກຫົວໃຈ, ຫຼອດເລືອດເປັນມະເຮັງ ແລະ ສົ່ງຜົນຕໍ່ການພັດທະນາຂອງສະໝອງຂອງເດັກນ້ອຍໃນໄລຍະຍາວອີກດ້ວຍ.

ແຫຼ່ງຂ່າວ: ໄທພີບີເອສ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...