Homeຂ່າວພາຍ​ໃນຄາດສຳເລັດປີ 2026 ຂົວຂ້າມເຊລະນອງ

ຄາດສຳເລັດປີ 2026 ຂົວຂ້າມເຊລະນອງ

Published on

ທ່ານ ທິບພະວອນ ສີລາຊາ ປະທານບໍລິສັດວີແອພີ ພັດທະນາກໍ່ສ້າງຈຳກັດຜູ້ດຽວເປັນບໍລິສັດຮັບເໝົາກໍ່ສ້າງ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງຂົວຂ້າມເຊລະນອງ, ເຂດບ້ານຕະກໍ ຫາບ້ານອາລັອງ, ເມືອງນອງ, ແຂວງສະຫວັນນະເຂດ ມີຄວາມຍາວ 175 ແມັດ, ກວ້າງ 5,5 ແມັດ, ເປັນຂົວເບຕົງອັດແຮງ, ມີມູນຄ່າການກໍ່ສ້າງທັງໝົດເກືອບ 40 ຕື້ກີບ, ເຊິ່ງແມ່ນງົບປະມານການລົງທຶນຂອງລັດ ທີ່ສະພາແຫ່ງຊາດອະນຸມັດໃນປີ 2024 ແລະ ເງິນເກີນແຜນຂອງແຂວງສະຫວັນນະເຂດສົມທົບ.

อาจเป็นรูปภาพของ 6 คน

ໂຄງການກໍ່ສ້າງຂົວຂ້າມເຊລະນອງ ໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນພຶດສະພາ 2024 ແລະ ຈະໃຫ້ສຳເລັດພາຍໃນ 2 ປີ(ເດືອນ 5/2026), ປັດຈຸບັນ, ສາມາດປະຕິບັດໄດ້ແລ້ວ 15% ເຊິ່ງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດແລ້ວມີ: ກໍ່ສ້າງທາງເວັ້ນ, ຕັດດິນ, ຖົມດິນກໍ່ສ້າງທາງເຂົ້າຂົວ ແລະ ບຸກເບີກສະຖານທີ່ກໍ່ສ້າງ.

ไม่มีคำอธิบายรูปภาพ

ຖ້າຫາກໂຄງການດັ່ງກ່າວສຳເລັດ ຈະເຮັດໃຫ້ປະຊາຊົນໃນຈຳນວນ 10 ບ້ານໄດ້ຊົມໃຊ້ຄື: ບ້ານຄຸ້ມສົງ, ບ້ານສະວຶ, ບ້ານຕະຫຼິງ, ບ້ານອາລັອງ, ບ້ານປໍນອງ, ບ້ານອາລາມ, ບ້ານຕັງອາໄລນ້ຳ, ບ້ານຕັງອາໄລເໜືອ, ບ້ານຕານປະໂຕ່ຍ, ບ້ານແສນ ແລະ ບ້ານຕະລຸງ, ລວມມີປະຊາກອນທັງໝົດ 90,000 ກວ່າຄົນ ໄດ້ຮັບຜົນປະໂຫຍດ ແລະ ຈະກາຍເປັນອີກເສັ້ນທາງຄົມມະນາຄົມໜຶ່ງທີ່ສາມາດເຊື່ອມຕໍ່ແຕ່ເມືອງນອງ, ແຂວງສະຫວັນນະເຂດໄປຫາເມືອງຕະໂອ້ຍ ແຂວງສາລະວັນ, ມີຄວາມຍາວ 43 ກິໂລແມັດ.

ຂ່າວ: ສະຫວັນນະເຂດ, ວສລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...