spot_img
Homeທົ່ວໄປປັດຈຸບັນ ແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດຫມາຍ 212,795 ຄົນ

ປັດຈຸບັນ ແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດຫມາຍ 212,795 ຄົນ

Published on

ມາຮອດປັດຈຸບັນ, ມີແຮງງານລາວອອກໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດຫມາຍ 212,795 ຄົນ ແລະ ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203.161 ຄົນ. ສັງລວມເງິນທີ່ແຮງງານສົ່ງກັບຄືນປະເທດທັງໝົດ ປະມານ 52,110,961 ໂດລາສະຫະລັດຕໍ່ເດືອນ x 12 ເດືອນ ເທົ່າກັບ 625,331,532 ໂດລາສະຫະລັດຕໍ່ປີ.

ໃນໂອກາດຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2024 ທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ສໍາລັບການຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແມ່ນໄດ້ມີລະບຽບການໃນການສົ່ງອອກແຮງງານລາວ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ໂດຍເລີ່ມຈາກການມີສັນຍາຮ່ວມມືກັບປະເທດຮັບ, ມີກົນໄກການຕິດຕາມ ແລະ ຄຸ້ມຄອງຂະບວນການ, ຂັ້ນຕອນໃນການຈັດຫາງານໄປຕ່າງປະເທດຢ່າງຮັດກຸມ ໄດ້ມີການປະສານສົມທົບກັບກະຊວງການຕ່າງປະເທດ ເພື່ອໃຫ້ສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ເຊັ່ນ: ສະຖານທູດ, ສະຖານກົງສູນຢູ່ປະເທດທີ່ມີແຮງງານລາວເຮັດວຽກຢູ່ໃຫ້ການຕິດຕາມ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານລາວ ພ້ອມທັງໄດ້ແຕ່ງຕັ້ງພະນັກງານຄຸ້ມຄອງແຮງງານລາວ ໄປປະຈຳຢູ່ຕ່າງປະເທດຕາມຄວາມເໝາະສົມ.

ນອກຈາກນີ້ ໃນກອບຮ່ວມມືອາຊຽນ ໄດ້ມີຖະແຫຼງການອາຊຽນ ກ່ຽວກັບການໂອນສິດຜົນປະໂຫຍດປະກັນສັງຄົມຂອງແຮງງານເຄື່ອນຍ້າຍໃນອາຊຽນ ຊຶ່ງຖືກຮັບຮອງໃນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ປີ 2022 ພ້ອມນີ້ ຍັງໄດ້ປຶກສາຫາລືໃນບັນດາປະເທດ CLMTV ກ່ຽວກັບການຜັນຂະຫຍາຍຖະແຫຼງການດັ່ງກ່າວ ໃຫ້ສາມາດຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາໂດຍໄວ.

ທີ່ມາ: LNR

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...