Homeຂ່າວພາຍ​ໃນຊີ້ແຈງນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນ

ຊີ້ແຈງນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນ

Published on

ໃນວັນທີ 13 ມິຖຸນາ 2024 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການກຳນົດນະໂຍບາຍເພີ່ມເງິນເດືອນ, ເງິນອຸດໜູນ ໃຫ້ພະນັກງານ, ທະຫານ-ຕຳຫຼວດ ເຖິງວ່າໄດ້ປະຕິບັດແລ້ວ ແຕ່ຍັງເຫັນວ່າ ເປັນຈຳນວນໜ້ອຍ ແລະ ບໍ່ທັນແບ່ງເບົາພາລະຄ່າຄອງຊີບທີ່ສູງຂຶ້ນຕາມສະພາບເງິນເຟີ້ ແລະ ອັດ ຕາແລກປ່ຽນໃນປັດຈຸບັນ, ລັດຖະບານຈະມີການຄົ້ນຄວ້າ ເພື່ອຮັບປະກັນໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງຄືແນວໃດ?, ບັນດາມາດການດ້ານງົບປະມານ-ການເງິນ ທີ່ໄດ້ວາງອອກສາມາດ ຊ່ວຍແກ້ໄຂສະພາບ ຄວາມຫຍຸ້ງຍາກທາງດ້ານເງິນຕາ ເປັນຕົ້ນ ອັດຕາເງິນເຟີ້, ອັດຕາແລກປ່ຽນ, ການອ່ອນຄ່າຂອງເງິນກີບ ແລະ ຄ່າຊີບ ທີ່ນັບມື້ນັບສູງຂຶ້ນ ຄືແນວໃດ?

อาจเป็นรูปภาพของ 1 คน และ ข้อความ

ຕໍ່ກັບບັນຫາດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ຄຳຊີ້ແຈ້ງວ່າ: ການປະຕິບັດລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານບຳນານ, ລັດຖະບານກໍຄື ກະຊວງການເງິນ ຖືເປັນລາຍຈ່າຍບຸລິມະສິດດ້ວຍການຄົ້ນຄວ້າຂຶ້ນແຜນ, ເພີ່ມມູນຄ່າດັດສະນີເງິນເດືອນແຕ່ລະໄລຍະ ແລະ ປະຕິບັດການເບີກຈ່າຍໃຫ້ທັນເວລາ, ແຕ່ຍ້ອນສະພາບເສດຖະກິດມີຄວາມຫຍຸ້ງຍາກ, ສະພາບເງິນເຟີ້ ແລະ ອັດຕາແລກປ່ຽນສູງຂຶ້ນ ເຮັດໃຫ້ການດຳລົງຊີວິດ ຂອງພະນັກງານລັດຖືກກະທົບ.

ຕໍ່ສະພາບດັ່ງກ່າວ, ໃນປີ 2023 ໄດ້ຄົ້ນຄວ້າເພີ່ມເງິນຄ່າຄອງຊີບ 150.000 ກີບ ແລະ ຍົກລະດັບເງິນເດືອນຂັ້ນຕໍ່າສຸດ ຂອງພະນັກ ງານມາເປັນ 1.700.000 ກີບ ແລະ ໃນປີ 2024 ໄດ້ສືບຕໍ່ເພີ່ມຄ່າຄອງຊີບຂຶ້ນອີກ 150.000 ກີບ ເຮັດໃຫ້ເງິນເດືອນພື້ນຖານຕໍ່າສຸດຂອງພະນັກງານລັດຖະກອນ ມາເປັນ 1.850.000 ກີບ ເຊິ່ງເຫັນວ່າສາມາດແກ້ໄຂແບ່ງເບົາພາລະຄ່າຄອງຊີບໄດ້ໃນລະດັບໜຶ່ງ.

ໂດຍຜ່ານການຄົ້ນຄວ້າເບື້ອງຕົ້ນ ຄາດວ່າຈະສູ້ຊົນຍົກລະດັບປັບປຸງນະໂຍບາຍເງິນເດືອນຕໍ່າສຸດມາຢູ່ລະດັບ 2 ລ້ານ ຫາ 2,2 ລ້ານກີບ ເຊິ່ງຈະເຮັດໃຫ້ລາຍຈ່າຍເງິນເດືອນເພີ່ມຂຶ້ນ ປະມານ 8-18% ຂອງລາຍຈ່າຍເງິນເດືອນຕໍ່າສຸດຂອງປີ 2024 ດ້ວຍການປັບປຸງໂຄງສ້າງດັດສະນີເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆເຂົ້າສູ່ລະບົບເງິນເດືອນ ໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດງວດ 1 ປີ 2025 ເປັນຕົ້ນໄປ.

ຂ່າວ: ກິດຕາ, ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...