Homeຂ່າວຕ່າງປະເທດອີລອນມາສ ໄຟຂຽວໃຫ້ແພັດຟອມ X ເຊື່ອງການກົດໄລ້ແບບສາທາລະນະຢ່າງເປັນທາງການ

ອີລອນມາສ ໄຟຂຽວໃຫ້ແພັດຟອມ X ເຊື່ອງການກົດໄລ້ແບບສາທາລະນະຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 13 ມິຖຸນາ 2024 ນີ້ວ່າ: ເອັກ X ຫຼື ທະວິດເຕີ (ຊື່ເກົ່າ) ປະກາດຢ່າງເປັນທາງການວ່າຈະເຊື່ອງການກົົດໄລ້ແບບສາທາລະນະຢ່າງເປັນທາງການ.

ຕາມການລາຍງານເບື້ອງຕົ້ນເມື່ອທຸກຄົນເປີດແອັບພິແຄຊັ່ນ ເອັກ ຈະພົບກັບຂໍ້ຄວາມເດັ້ງຂຶ້ນມາທາງດ້ານລຸ່ມຂອງແອັບ ຊຶ້ງເປັນຂໍ້ຄວາມທີ່ລະບຸວ່າ: Your Likes are now private ພ້ອມຄຳອະທິບາຍທີ່ລະບຸວ່າ: ເອັກໄດ້ທຳການກົດໄລ້ກາຍເປັນສ່ວນບຸກຄົນສຳລັບຜູ້ໃຊ້ງານທຸກຄົນ ໂດຍເປັນສ່ວນໜຶ່ງຂອງການປ້ອງກັນຄວາມເປັນສ່ວນຕົວ.

ໂດຍໃນຊ່ວງທີ່ຜ່ານມາຜູ້ໃຊ້ງານສ່ວນຫຼາຍບໍ່ຄ່ອຍພຶງພໍໃຈໃນເວລາທີ່ພວກເຂົາກຳລັງໃຊ້ງານແພັດຟອມແລ້ວກົດໄລ້ໂພສທີ່ຖືກໃຈ ແລ້ວມັນປາກົດຂຶ້ນຟີດຂອງຜູ້ໃຊ້ງານຄົນອື່ນເຮັດໃຫ້ຂາດຄວາມເປັນສ່ວນຕົວ.

ສຳລັບຜູ້ໃຊ້ງານຍັງສາມາດເຫັນໂພສທີ່ຕົນເອງກົດໄລ້ ລວມເຖິງໃນຖານະເຈົ້າຂອງໂພສຍັງສາມາດເບິ່ງເຫັນວ່າໃຜເປັນຜູ້ກົດໄລ້ໂພສນັ້ນ ແລະ ນອກຈາກນີ້ໃນໂພສຂອງຕົນເອງຍັງມີການແຈ້ງເຕືອນ ແລະ ແຈ້ງຈຳນວນຍອດໄລ້ໃຫ້ຮູ້ ແລະ ນອກຈາກນີ້ ແທັບການກົດໄລ້ຢູ່ໜ້າໂປຟາຍຂອງບັນຊີອື່ນກໍບໍ່ມີຂຶ້ນມາໃຫ້ເຫັນ ຍັງເຫຼືອແຕ່ແທັບໂພສ, ລີພາຍ ແລະ ມິເດຍເທົ່ານັ້ນ.

ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...