Homeຂ່າວພາຍ​ໃນສ.ສ ຫວຽດນາມ ສາທິດເຕັກນິກການປູກໝາກອາກາດີເມຍ

ສ.ສ ຫວຽດນາມ ສາທິດເຕັກນິກການປູກໝາກອາກາດີເມຍ

Published on

ພິທີເຊັນບົດບັນທຶກ ການຮ່ວມມືສາທິດເຕັກນິກການປູກໝາກອາກາດີເມຍ ລະຫວ່າງ ພະແນກກະສິກໍາ – ປ່າໄມ້ແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ຫ້ອງປະຊຸມຂອງຫ້ອງວ່າການເມືອງໃໝ່ ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີທ່ານ ລໍ ວັ່ນ ຕ້ຽນ ກຳມະການພັກແຂວງ, ຮອງເຈົ້າແຂວງ-ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ.

อาจเป็นรูปภาพของ 10 คน และ พื้นหญ้า

ສອງຝ່າຍໄດ້ລາຍງານໃຫ້ກັນຮັບຊາບ ຜົນສໍາເລັດການຮ່ວມມືໃນຂົງເຂດກະສິກຳໃນໄລຍະຜ່ານມາ ແລະ ສືບຕໍ່ການຮ່ວມມືຊ່ວຍເຫຼືອດ້ານເຕັກນິກວິຊາການ, ແນວພັນ ໝາກອາກາດີເມຍ ປີ 2024, ລວມມີບັນດາເນື້ອໃນໜ້າວຽກລະອຽດຄື: ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງດຽນບຽນຈະເປັນເສນາທິການ ແລະ ນໍາສະເໜີຕໍ່ການນໍາແຂວງດຽນບຽນ ຊ່ວຍແຂວງຜົ້ງສາລີປູກທົດລອງຕົ້ນໝາກມາຄາເດເມຍ ຈໍານວນເນື້ອທີ່ 5 ເຮັກຕາ, ພ້ອມທັງສະໜັບສະໜູນແນວພັນ, ຝຸ່ນ ແລະ ຢາປາບສະຕູພຶດທັງໝົດ; ຊ່ວຍເຫຼືອດ້ານເຕັກ ນິກການປູກ ແລະ ການບົວລະບັດຮັກສາຕົ້ນອາກາເດເມຍ.

อาจเป็นรูปภาพของ 12 คน และ ข้อความ

ສ່ວນພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ ຮັບຜິດຊອບກະ ກຽມຄວາມພ້ອມໃນການປູກ, ການບົວລະບັດຮັກສາ ແລະ ການ ຄຸ້ມຄອງຕົ້ນອາຄາເດເມຍ ຕາມການແນະນໍາດ້ານເຕັກນິກຂອງພາກສ່ວນວິຊາການ ແຂວງດຽນບຽນ(ກະກຽມສະຖານທີ່ປູກ, ຂຸດຂຸມ, ການປູກ, ບົວລະບັດ, ຄຸ້ມຄອງ ແລະ ປົກປັກຮັກສາສວນປູກ).

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...