Homeຂ່າວພາຍ​ໃນໂຈນລັກຕັດສາຍໄຟໝໍ້ແປງ ເຂດ ບ້ານດ່ານຊ້າງ

ໂຈນລັກຕັດສາຍໄຟໝໍ້ແປງ ເຂດ ບ້ານດ່ານຊ້າງ

Published on

ໃນຕອນບ່າຍຂອງວັນທີ 11 ມິຖຸນາທີ່ຜ່ານມາ, ປະຊາຊົນໄດ້ຮັບແຈ້ງເຫດຕໍ່ເຈົ້າໜ້າທີ່ໄຟຟ້າວ່າ: ເຂດບ້ານດ່ານຊ້າງ, ຮ່ອມ 8, ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເກີດເຫດໄຟຟ້າດັບເປັນບໍລິເວນກວ້າງ, ເມື່ອເຈົ້າໜ້າທີ່ໄດ້ຮັບແຈ້ງເຫດ ກໍໄດ້ອອກກວດທັນທີ.

ไม่มีคำอธิบายรูปภาพ

ຜ່ານການລົງກວດກາພົບເຫັນສາຍກາບໝໍ້ແປງ ຖືກລັກຕັດສາຍໄຟ ຈຳນວນ 4 ເສັ້ນ, ເປັນສາຍກາບທີ່ມີຄວາມຍາວລວມຈຳນວນ 18 ແມັດ ຢູ່ໝໍ້ແປງ 250kVA ໃນບ້ານດັ່ງກ່າວ.

อาจเป็นรูปภาพของ 1 คน และ ข้อความ

ດັ່ງນັ້ນ, ຈຶ່ງເກັບກຳຂໍ້ມູນໄວ້ເປັນຫຼັກຖານ ແລະ ໄດ້ສ້ອມແປງປ່ຽນຖ່າຍສາຍໄຟໃໝ່, ພ້ອມອຸປະກອນໄຟຟ້າຈຳນວນໜື່ງ, ເພື່ອໃຫ້ປະຊາຊົນເຂດດັ່ງກ່າວໄດ້ຊົມໃຊ້ໄຟ ແລະ ໄດ້ມອບໃຫ້ອໍານາດການປົກຄອງບ້ານ ຕິດຕາມນຳຕົວຄົນທີ່ກະທຳຜິດໃນການລັກຊັບສິນຂອງລັດ ມາລົງໂທດຕາມກົດໝາຍບ້ານເມືອງຕໍ່ໄປ.

ຂ່າວ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ2

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...