spot_img
Homeຂ່າວພາຍ​ໃນສສຊ ສະເໜີລັດຖະບານ ເຮັດມາດຕະການປະຢັດໃຫ້ດີຂຶ້ນ

ສສຊ ສະເໜີລັດຖະບານ ເຮັດມາດຕະການປະຢັດໃຫ້ດີຂຶ້ນ

Published on

ທ່ານ ພອນສານ ວິໄລເມັ້ງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ປະກອບຄໍາເຫັນຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ ທີ່ຜ່ານມາວ່າ: ໄລຍະຜ່ານມາ, ລັດຖະບານ ໄດ້ອອກຫຼາຍນິຕິກໍາທີ່ກ່ຽວຂ້ອງກັບການປະຢັດ ແລະ ຕ້ານການຟູມເຟືອຍ.

อาจเป็นรูปภาพของ 1 คน และ ข้อความ

ແຕ່ຜ່ານການຕິດຕາມຕົວຈິງມາຮອດປັດຈຸບັນ, ອົງການຈັດຕັ້ງພັກ-ລັດ ແລະ ອົງການປົກຄອງແຕ່ລະຂັ້ນຍັງບໍ່ທັນເປັນເຈົ້າການຈັດຕັ້ງປະຕິບັດບັນດາມາດຕະການທີ່ວາງອອກໄດ້ດີເທົ່າທີ່ຄວນ, ສະແດງອອກໃນການຈັດງານສັງສ້ນ, ງານພົບປະ, ງານລ້ຽງ ແລະ ອື່ນໆ, ຍັງດໍາເນີນແບບປົກກະຕິ ແລະ ໃຊ້ເວລາໃນການກິນລ້ຽງຊຸມແຊວດົນ, ເຮັດໃຫ້ການໃຊ້ຈ່າຍງົບປະມານຂອງລັດໃນດ້ານນີ້ຍັງຟູມເຟືອຍ.

อาจเป็นรูปภาพของ 4 คน และ ข้อความ

ທ່ານຍັງໄດ້ກ່າວ ກ່າວຕື່ມວ່າ: ບັນດາປະເທດທີ່ພັດທະນາແລ້ວ, ເຂົາເຈົ້າກໍານົດເວລາໃນການກິນລ້ຽງພຽງ 2 ຊົ່ວໂມງເທົ່ານັ້ນ ແລະ ຫຼຸດຜ່ອນການດື່ມສິ່ງມຶນເມົາຕ່າງໆ ລົງ, ເຊິ່ງບັນຫານີ້ ລາວເຮົາຄວນຖືເອົາເປັນແບບຢ່າງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍໃຫ້ດີກວ່າເກົ່າ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...