spot_img
Homeຂ່າວພາຍ​ໃນສສຊ ສະເໜີ ແບ່ງໂກຕາລັດຖະກອນໃຫ້ຊັດເຈນ

ສສຊ ສະເໜີ ແບ່ງໂກຕາລັດຖະກອນໃຫ້ຊັດເຈນ

Published on

ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາທີ່ຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະບານ ຈັດແບ່ງໂກຕາພະນັກງານ-ລັດຖະກອນ ໃຫ້ມີຄວາມຊັດເຈນຂຶ້ນຕື່ມ ອາດຈະ 30-70% ຫລື 40-60% ແນໃສ່ ປຸກລະດົມຈິດໃຈ ນັກຮຽນ-ນັກສຶກສາ ໃຫ້ຕັ້ງໃຈຮໍ່າຮຽນ ແນໃສ່ປະກອບສ່ວນໃນການການຮັບໃຊ້ຊາດ-ຮັບໃຊ້ສັງຄົມ.

อาจเป็นรูปภาพของ 6 คน, ห้องข่าว และ ข้อความพูดว่า "EXIT የ 3"

ພ້ອມກັນນີ້, ທ່ານຍັງ ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ປິດຮ້ານອິນເຕີເນັດ, ເພາະປັດຈຸບັນ ພື້ນທີ່ການປົກຫຸ້ມຂອງອິນເຕີເນັດ ໃນປະເທດຂອງພວກເຮົາສູງເຖິງ 97%, ສ່ວນການດຳເນີນທຸລະກິດດ້ານນີ້ ເນື້ອແທ້ແມ່ນເປັນພຽງການແອບແຝງເປີດຄາຊີໂນອອນລາຍ ທີ່ເຮັດໃຫ້ມີປະກົດການຫຍໍ້ທໍ້, ຂີ້ລັກງັດແງະໃນສັງຄົມ, ສະເໜີກະຊວງ ປກສ ປະສານສົມທົບ ກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ດຳເນີນການປິດທຸລະກິດດັ່ງກ່າວ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...